ເຂົ້າຮ່ວມພິທີມີທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ; ການນໍາພັກ, ລັດ, ອະດີດການນໍາພັກ, ລັດ; ຄະນະຜູ້ແທນຈາກກອງທັບປະເທດເພື່ອນມິດເຊັ່ນ: ກອງທັບປະຊາຊົນຫວຽດນາມ, ກອງທັບປົດປ່ອຍປະຊາຊົນຈີນ, ກໍາປູເຈຍ, ສະຫະພັນລັດເຊຍ, ມຽນມາ, ໄທ, ບັນດາທູຕານຸທູດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນປະຈໍາລາວ ແລະອະດີດທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ, ອະດີດຊ່ຽວຊານກອງທັບປົດປ່ອຍປະຊາຊົນຈີນ, ອະດີດຊ່ຽວຊານກອງທັບສະຫະພັນລັດເຊຍ ທີ່ຊ່ວຍເຫຼືອລາວໃນປາງສົງຄາມ, ນາຍ ແລະພົນທະຫານ, ນາຍ ແລະພົນຕໍາຫຼວດ, ພະນັກງານລັດຖະກອນ ແລະພີ່ນ້ອງຮ່ວມຊາດ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານພົນເອກ ໂງຊວນລິກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ນໍາໜ້າຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ເຂົ້າຮ່ວມພິທີ. 

leftcenterrightdel
​ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ  (ແຖວໜ້າ, ຜູ້ທີ 3, ແຕ່ຂວາຫາຊ້າຍ) ເຂົ້າຮ່ວມພິທີສະເຫຼີມສະຫຼອງ. ພາບ: ທູຈາງ.

ທີ່ພິທີ, ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ກ່າວສູນທອນພົດຫວນຄືນມູນເຊື້ອ 70 ປີແຫ່ງການກໍ່ສ້າງ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ໂດຍຍົກໃຫ້ເຫັນວ່າ: ໃນໄລຍະຕໍ່ຕ້ານ, ກອງທັບປະຊາຊົນລາວ ໄດ້ປະຕິບັດຕາມແນວທາງພົວພັນຕ່າງປະເທດຂອງພັກ, ສ້າງສາ ແລະພັດທະນາການພົວພັນອັນໃກ້ຊິດສະໜິດຕິດພັນກັບບັນດາປະເທດເພື່ອນມິດ, ບ້ານໃກ້ເຮືອນຄຽງ, ເປີດກວ້າງການພົວພັນກັບກອງທັບບັນດາປະເທດໃນພາກພື້ນ, ພິເສດແມ່ນສ້າງການຮ່ວມສໍາພັນສູ້ຮົບພິເສດກັບກອງທັບປະຊາຊົນຫວຽດນາມ...

ຕາງໜ້າພັກ, ລັດຖະບານ, ກອງທັບ ແລະປະຊາຊົນລາວ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ກ່າວສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ການຊ່ວຍເຫຼືອ, ສະໜັບສະໜູນອັນໃຫຍ່ຫຼວງ, ມີປະສິດທິຜົນ ເຊິ່ງບັນດາປະເທດເພື່ອນມິດອ້າຍນ້ອງ ແລະບັນດາປະເທດບ້ານໃກ້ເຮືອນຄຽງທີ່ໄດ້ສະຫງວນໃຫ້ແກ່ລາວ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະສ້າງສາ, ປົກປັກຮັກສາປະເທດຊາດ, ເປັນຕົ້ນແມ່ນ: ກອງທັບປະຊາຊົນຫວຽດນາມ, ກອງທັບປົດປ່ອຍປະຊາຊົນຈີນ, ກອງທັບສະຫະພັນລັດເຊຍ. “ພິເສດ, ຍາມໃດຂ້າພະເຈົ້າກໍ່ຮູ້ບຸນຄຸນ ແລະຈາລຶກໄວ້ໃນດວງໃຈຂອງຕົນການຊ່ວຍເຫຼືອຂອງພະນັກງານ, ນັກຮົບທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ແລະບັນດານັກຮົບສາກົນທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອຂອງຕົນເພື່ອພາລະກິດປະຕິວັດລາວ.

leftcenterrightdel
 
leftcenterrightdel
ການສວນສະໜາມທີ່ພິທີ. ພາບ: ທູຈາງ.

ພາຍຫຼັງທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ກ່າວສູນທອນພົດສໍາເລັດແມ່ນການສວນສະໜາມດ້ວຍພາຫະນະທີ່ທັນສະໄໝຂອງບັນດາເຫຼົ່າຮົບ, ເຫຼົ່າທັບ ແລະບັນດາກໍາລັງສັງກັດກອງທັບປະຊາຊົນລາວ. ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີໄດ້ສິ້ນສຸດລົງດ້ວຍການສະແດງໂດດຈ້ອງທາງອາກາດຂອງທະຫານໂດດຈ້ອງຈໍານວນ 70 ສະຫາຍ.

ໂດຍ: ໄຊຊະນະ