ຕາງໜ້າໃຫ້ຄະນະ, ທ່ານພົນຈັດຕະວາ ຮີ່ງດັກເຮືອງ, ຫົວໜ້າຄະນະຕິດຕໍ່ທົ່ວປະເທດທະຫານອາສາສະໝັກ ແລະນັກຊ່ຽວຊານ ຢູ່ລາວ ໄດ້ມອບໃຫ້ກະຊວງປ້ອງກັນປະເທດລາວ ແຜນທີ່ບັນດາສະຖານທີ່ເຊິ່ງກອງທັບສອງປະເທດ ຫວຽດນາມ-ລາວ ເປັນເຈົ້າ ກ່ອນໄຊຊະນະປີ 1975.

leftcenterrightdel
ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບທ່ານພົນຈັດຕະວາ ຮີ່ງດັກເຮືອງ. ພາບ: vov.vn.

ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຢັ້ງຢືນວ່າ, ພັກ, ລັດ ແລະປະຊາຊົນລາວບັນດາເຜົ່າ ຮູ້ບຸນຄຸນ ແລະຈົດຈໍາບັນດາຄຸນງາມຄວາມດີອັນໃຫຍ່ຫຼວງ ແລະການເສຍສະຫຼະຂອງບັນດານັກຮົບອາສາສະໝັກ, ນັກຊ່ຽວຊານຫວຽດນາມ ໃນສົງຄາມຍາດເອົາເອກະລາດຂອງຊາດ ກໍ່ຄືໃນພາລະກິດກໍ່ສ້າງ ແລະພັດທະນາ ລັດທິສັງຄົມນິຍົມ ໃນປັດຈຸບັນ; ພ້ອມທັງຢັ້ງຢືນວ່າ ບັນດາໄຊຊະນະປະຫວັດສາດຂອງກອງທັບປະຊາຊົນລາວ ຍາມໃດກໍ່ຕິດພັນກັບການຊ່ວຍເຫຼືອຂອງທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ.

leftcenterrightdel
ທ່ານພົນເອກ ຈັນສະໝອນ ຈັນຍາລາດ ພ້ອມກັບຄະນະຜູ້ແທນທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ຢູ່ລາວ. ພາບ: vov.vn.

ທ່ານພົນເອກ ຈັນສະໝອນ ຈັນຍາລາດ ປາດຖະໜາວ່າບັນດານັກຮົບ, ທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ຍາມໃດກໍ່ຖືລາວ ຄືດັ່ງຄອບຄົວ ແລະແມ່ນບ້ານເກີດເມືອງນອນແຫ່ງທີສອງຂອງຕົນ; ສືບຕໍ່ເປັນແບບຢ່າງສຶກສາອົບຮົມໃຫ້ຄົນຮຸ່ນໜຸ່ມສອງປະເທດຮັກສາມູນເຊື້ອປະຕິວັດໄວ້ໃຫ້ໝັ້ນຄົງ.

ໂດຍ: ທູຈາງ