ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລະ ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມພິທີດັ່ງກ່າວ.

ກ່າວຄໍາເຫັນທີ່ພິທີ, ທ່ານພົນຕີ ສອນທອງ ພົມລາວົງ; ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ເນັ້ນໜັກວ່າ, ນີ້ແມ່ນເຫດການທີ່ມີຄວາມໝາຍສໍາຄັນສໍາລັບ ກອງທັບປະຊາຊົນລາວ, ທັງແມ່ນຂີດໝາຍອັນດີງາມສໍາລັບສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີແບບພິເສດລະຫວ່າງສອງປະເທດ ລາວ-ຫວຽດນາມ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ແລະທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມພິທີລົງມືກໍ່ສ້າງໂຄງການ. ພາບ: ທູຈາງ.

ດ້ວຍຄ່າໃຊ້ຈ່າຍທັງໝົດ 13,570 ຕື້ກິບ, ຂອບຂະໜາດການຍົກລະດັບ, ສ້ອມແປງກິດຈະກໍາຫໍພິພິທະພັນກອງທັບປະຊາຊົນລາວແມ່ນ 5.655 ຕາແມັດ. ໂຄງການສ້ອມແປງ, ຍົກລະດັບຫໍພິພິທະພັນກອງທັບປະຊາຊົນລາວແມ່ນຂອງຂວັນທີ່ມີຄວາມໝາຍຂອງກະຊວງປ້ອງກັນປະເທດຫວຽດນາມ ມອບໃຫ້ກະຊວງປ້ອງກັນປະເທດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ເຊິ່ງສະແດງໃຫ້ເຫັນສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີແບບພິເສດລະຫວ່າງສອງກອງທັບເວົ້າສະເພາະ ແລະລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດເວົ້າລວມ.

ໂດຍ: ທູຈາງ