ຕາງໜ້າການນໍາກະຊວງປ້ອງກັນປະເທດລາວ, ທ່ານພົນຕີ ທອງລອຍ ສິລິວົງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໄດ້ໃຫ້ການຕ້ອນຮັບ.

ຕາງໜ້າພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ໄດ້ຊົມເຊີຍບັນດາຜົນສໍາເລັດກໍ່ຄືບັນດາວິລະກໍາອັນລໍ້າເລີດ ເຊິ່ງກອງທັບປະຊາຊົນລາວອ້າຍນ້ອງ ຍາດມາໄດ້ໃນຕະຫຼອດ 70 ປີຜ່ານມາ.

leftcenterrightdel
ຄະນະຜູ້ແທນສະຖານທູດຫວຽດນາມປະຈໍາ ສປປ ລາວ ມາອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ.  ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນບ໊າຮຸ່ງ ໃຫ້ຮູ້ວ່າ, ບໍ່ພຽງແຕ່ຢູ່ໃນສະໄໝສົງຄາມເທົ່ານັ້ນ ຫາກຍັງຢູ່ໃນສະໄໝປັດຈຸບັນອີກດ້ວຍ, ກອງທັບສອງປະເທດຫວຽດນາມ - ລາວ ຍາມໃດກໍ່ຄຽງບ່າຄຽງໄຫຼ່ນໍາກັນ, ພ້ອມກັນສ້າງບັນດາວິລະກໍາອັນລໍ້າເລີດ, ຊ່ວຍຍາດເອົາພື້ນຖານເອກະລາດ, ສິດອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນມາໃຫ້ປະຊາຊົນສອງປະເທດ; ພ້ອມທັງເນັ້ນໜັກວ່າ, ພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ຈະສືບຕໍ່ຄຽງບ່າຄຽງໄຫຼ່ພ້ອມກັບພັກ, ລັດ, ກອງທັບ ແລະປະຊາຊົນລາວ ອ້າຍນ້ອງໃນພາລະກິດປົກປັກຮັກສາ,  ສ້າງສາ ແລະພັດທະນາປະເທດຊາດໃນປັດຈຸບັນ.

ຕາງໜ້າກະຊວງປ້ອງກັນປະເທດລາວ, ທ່ານພົນຕີ ທອງລອຍ ສິລິວົງ ສະແດງຄວາມຂອບອົກຂອບໃຈຕໍ່ການນໍາພັກ, ລັດຫວຽດນາມ, ກອງທັບ ແລະປະຊາຊົນຫວຽດນາມອ້າຍນ້ອງ ຍາມໃດກໍ່ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ, ບໍລິສຸດຜຸດຜ່ອງ, ສຸດອົກສຸດໃຈແກ່ພັກ, ລັດ, ກອງທັບ ແລະປະຊາຊົນລາວເວົ້າລວມ, ພິເສດແມ່ນກອງທັບປະຊາຊົນລາວ ໃນຕະຫຼອດ 70 ປີຜ່ານມາ, ເນັ້ນໜັກວ່າ, ລາວ ແລະຫວຽດນາມ ແມ່ນສອງປະເທດອ້າຍນ້ອງ, ກອງທັບສອງປະເທດລາວ - ຫວຽດນາມ ແມ່ນສອງອ້າຍນ້ອງໃນຄອບຄົວດຽວກັນ, ພ້ອມກັນສູ້ຮົບຮ່ວມຂຸມຄອງດຽວກັນ, ເຂົ້າເມັດຫັກຜັກເສັ້ນໜຶ່ງກໍ່ບິແບ່ງກັນກິນ.

ໂດຍ: ໄຊຊະນະ