ເຂົ້າຮ່ວມກອງປະຊຸມຂ່າວມີຜູ້ຕາງໜ້າຂອງຄະນະກໍາມະການແຫ່ງຊາດ APEC 2017, ບັນດາອະນຸກໍາມະການຂອງຄະນະກໍາມະການແຫ່ງຊາດ, ຄະນະເລຂາແຫ່ງຊາດ APEC 2017, ພ້ອມກັບຜູ້ຕາງໜ້າທີ່ມາຈາກບັນດາອົງການຕາງໜ້າຕ່າງປະເທດ ແລະອົງການຈັດຕັ້ງສາກົນ ຢູ່ຮ່າໂນ້ຍ ເກືອບ 70 ແຫ່ງ.

ກ່າວຄຳເຫັນທີ່ການປະກາດ, ທ່ານຮອງລັດຖະມົນຕີຜູ້ປະຈຳການ ບູ່ຍແທງເຊີນ ເນັ້ນໜັກວ່າ ບັນດາໝາກຜົນທີ່ພົ້ນເດັ່ນຂອງສັບປະດາຂັ້ນສູງ APEC 2017 ຢູ່ດ່ານັ້ງ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 11.000 ຄົນ, ນີ້ແມ່ນໜຶ່ງໃນບັນດາສັບປະດາຂັ້ນສູງ APEC ໄດ້ດຶງດູດການເຂົ້າຮ່ວມຂອງເຈົ້າໜ້າທີ່ພື້ນຖານເສດຖະກິດສະມາຊິກ APEC ວິສາຫະກິດ ແລະນັກຂ່າວເປັນຈຳນວນຫຼວງຫຼາຍ.  ພິເສດ, ບັນດາການນໍາເສດຖະກິດ APEC ລ້ວນແຕ່ເຂົ້າຮ່ວມ. ນີ້ກໍ່ແມ່ນຄັ້ງທໍາອິດທີ່ຫວຽດນາມ ຈັດຕັ້ງການ ເຄື່ອນໄຫວມີຂອບຂະໜາດທົ່ວພາກພື້ນຢູ່ນະຄອນໜຶ່ງນອກນະຄອນຫຼວງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມຂ່າວແຈ້ງໝາກຜົນສັບປະດາຂັ້ນສູງ APEC 2017. ພາບ: TTXVN.        

ທ່ານຮອງລັດຖະມົນຕີຜູ້ປະຈຳການ ບູ່ຍແທງເຊີນ ຢັ້ງຢືນວ່າ, ດ້ວຍຫົວຂໍ້ “ສ້າງກຳລັງໜູນໃໝ່ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ”, ເອກະສານຮ່ວມ 8 ສະບັບໄດ້ຮັບຮອງເອົາຢູ່ສັບປະດາຂັ້ນສູງ, ພົ້ນເດັ່ນແມ່ນຖະແຫຼງການຂັ້ນສູງດ່ານັ້ງ ແລະຖະແຫຼງການຮ່ວມກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດ - ເສດຖະກິດ APEC, ໄດ້ພິສູດໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງບັນດາສະມາຊິກສຳລັບບັນດາເປົ້າໝາຍ ແລະຄຸນຄ່າຫຼັກແຫຼ່ງແກ່ນສານຂອງ APEC ແມ່ນຊຸກຍູ້ການຫັນການຄ້າ ແລະການລົງທຶນເປັນເສລີ, ສະໜັບສະໜູນລະບົບການຄ້າຫຼາຍຝ່າຍ.

ບັນດາເອກະສານບັນລຸໄດ້ບໍ່ພຽງແຕ່ເສີມຂະຫຍາຍບັນດາຜົນງານທີ່ມີຢູ່ແລ້ວຂອງ APEC ກ່ຽວກັບການພັດທະນາແຫຼ່ງຊັບ ພະຍາກອນມະນຸດ, ການເຕີບໂຕ, ການປະຕິຮູບໂຄງປະກອບ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຂະໜາດນ້ອຍ ແລະກາງເຂົ້າຮ່ວມຕະຫຼາດທົ່ວໂລກ, ເຊື່ອມຕໍ່... ສືບຕໍ່ນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະບັນດາວິສາຫະກິດ APEC ເທົ່ານັ້ນ, ຫາກຍັງສ້າງບັນດາພື້ນຖານສໍາຄັນໃໝ່ໃຫ້ວິວັດທະນາການຮ່ວມມືຂອງ APEC ໃນໄລຍະຈະມາເຖິງອີກດ້ວຍ.

ທ່ານຮອງລັດຖະມົນຕີຜູ້ປະຈຳການ ບູ່ຍແທງເຊີນ ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈສຳລັບການສະໜັບສະໜູນ, ການສົມທົບກັນຢ່າງແໜ້ນແຟ້ນຂອງບັນດາພື້ນຖານເສດຖະກິດສະມາຊິກ ແລະການຊ່ວຍເຫຼືອຢ່າງແທດຈິງຂອງບັນດາອົງການຕາງໜ້າບັນດາພື້ນຖານເສດຖະກິດສະມາຊິກຢູ່ຮ່າໂນ້ຍ, ກໍ່ຄືບັນດາອົງການຈັດຕັ້ງສາກົນໃນຕະຫຼອດວິວັດການກະກຽມມຸ່ງໄປເຖິງສັບປະດາຂັ້ນສູງ, ປະກອບສ່ວນເພື່ອໃຫ້ຫວຽດນາມ ບັນລຸໄດ້ບັນດາໝາກຜົນສຳຄັນຄືດັ່ງກ່າວ.

ຜູ້ຕາງໜ້າບັນດາອົງການຕາງໜ້າການທູດ ແລະບັນດາອົງການຈັດຕັ້ງສາກົນໄດ້ຕີລາຄາສູງບັນດາໝາກຜົນສຳຄັນຂອງສັບປະດາຂັ້ນສູງ ແລະທັງປີ APEC 2017, ບົດບາດປະສານງານ, ການນຳພາຂອງຫວຽດນາມ ເພື່ອບັນລຸໄດ້ບັນດາໝາກຜົນດັ່ງກ່າວນີ້.

 

ແປໂດຍ: ເຈິ່ນຮວ່ຽນ