ໃນຕອນບ່າຍວັນດຽວກັນ, ທ່ານປະທານາທິບໍດີ Donald Trump ມີບົດກ່າວປາໄສ ຢູ່ສູນປະຊຸມ Ariyana, ດ່ານັ້ງ ຕໍ່ໜ້ານັກທຸລະກິດນັບພັນຄົນ.

ໃນສອງທົດສະວັດຜ່ານມາ, ການຄ້າລະຫວ່າງສະຫະລັດອາເມລິກາ ແລະຫວຽດນາມ ໄດ້ມີການເຕີບໂຕຢ່າງແຮງ: ຈາກ 451 ລ້ານໂດລາສະຫະລັດ ໃນ ປີ 1995 ໄດ້ຂຶ້ນເຖິງກວ່າ 52 ຕື້ໂດລາສະຫະລັດ ປີ 2016. ປະຈຸບັນນີ້, ສະຫະລັດອາເມລິກາ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 2 ຂອງຫວຽດນາມ.

leftcenterrightdel
ພາຫະນະອຸປະກອນຫຼາຍຢ່າງໄດ້ຮັບການລະດົມເພື່ອຕ້ອນຮັບຄະນະຜູ້ແທນຂອງທ່ານປະທານາທິບໍດີ ສະຫະລັດອາເມລິກາ. ພາບ: qdnd.vn
leftcenterrightdel
ຄະນະພິທີການກອງທັບ (ໃສ່ເຄື່ອງແບບທະຫານສີຂາວ) ໄດ້ຮັບມອບໝາຍໜ້າທີ່ຕ້ອນຮັບບັນດາການນໍາເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດສັບປະດາຂັ້ນສູງ APEC 2017. ພາບ: qdnd.vn
leftcenterrightdel
ປະທານາທິບໍດີສະຫະລັດອາເມລິກາ Donald Trump ໂບກມືຄຳນັບເມື່ອອອກຈາກເຮືອບິນພິ ເສດ. ພາບ: qdnd.vn
leftcenterrightdel
ຂະບວນລົດຂົນສົ່ງທ່ານປະທານາທິບໍດີສະຫະລັດອາເມລິກາ Donald Trump. ພາບ: qdnd.vn
leftcenterrightdel
ກອງປະຕິບັດໜ້າທີ່ພິເສດສະຫະລັດອາເມລິກາ ສັງເກດແຕ່ໄກ. ພາບ: qdnd.vn
leftcenterrightdel
                 ...ແລະນໍາເອົາ ໝາໄປພ້ອມເພື່ອເພີ່ມທະວີຄວາມໝັ້ນຄົງ. ພາບ: qdnd.vn
leftcenterrightdel
ນັກຂ່າວພາຍໃນປະເທດ ແລະຕ່າງປະເທດສົ່ງຂ່າວກ່ຽວກັບເຫດການເປັນຈຳນວນຫຼວງຫຼາຍ.  ພາບ: qdnd.vn

ກ່ອນທີ່ຈະມາຢ້ຽມຢາມຫວຽດນາມ ແລະເຂົ້າຮ່ວມກອງປະຊຸມສຸດຍອດ APEC 2017, ທ່ານປະທານາທິບໍດີ ສະຫະລັດອາເມລິກາ Donald Trump ຢັ້ງຢືນວ່າ ສະຫະລັດອາເມລິກາ ສືບຕໍ່ໃຫ້ຄໍາໝັ້ນສັນຍາເພີ່ມທະວີສາຍພົວພັນເສດຖະກິດສໍາຄັນນີ້ກັບຫວຽດນາມ. ທ່ານປະທານາທິບໍດີ Donald Trump ກໍ່ໃຫ້ຮູ່ວ່າ, ເລື່ອງບັນດາການນໍາຂອງພາກພື້ນອາຊີ - ປາຊີຟິກ ເຂົ້າຮ່ວມ APEC ສະແດງໃຫ້ເຫັນຄວາມສໍາຄັນດ້ານການຄ້າເມື່ອເຮັດໃຫ້ຫຼາຍລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກອຶດຫິວ, ຊຸກຍູ້ການເຕີບໂຕຂອງຊົນຊັ້ນກາງ ແລະນໍາບັນດາປະຊາຄົມໂດດດ່ຽວກາຍເປັນບັນດາພື້ນຖານເສດຖະກິດທັນສະໄໝ ແລະມີຄວາມສະໜິດຕິດພັນນຳກັນ.

ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ, ພາກພື້ນ ອາຊີ-ປາຊີຟິກ ໄດ້ຮັບຜົນຜະໂຫຍດຫຼາຍຈາກການຮ່ວມມືເສດຖະກິດ ແລະພາກພື້ນນີ້ສືບຕໍ່ແມ່ນກໍາລັງໜູນເຕີບໂຕສໍາຄັນໃນພື້ນຖານເສດຖະກິດທົ່ວໂລກ.

 

ແປໂດຍ: ເຈິ່ນຮວ່ຽນ