ຄະນະປະຕິບັດງານ ມອບຂອງຂວັນໃຫ້ພະນັກງານ, ນັກຮົບຢູ່ເກາະດ໋າເລີ໋ນ C.
ການພົບປະແລກປ່ຽນສະແດງສິລະປະກັບນັກຮົບຢູ່ເກາະ ເຊີນກາ.
ການພົບປະແລກປ່ຽນສະແດງສິລະປະພ້ອມກັບນັກຮົບຢູ່ເກາະ ຊິງຕົ່ນດົງ.
ບັນດານັກຮົບຢູ່ເກາະ ຊິງຕົ່ນດົງ ສະແດງສິລະປະຕ້ອນຮັບຄະນະປະຕິບັດງານ.
ຕ້ອນຮັບຄະນະປະຕິບັດງານ ໄປຢ້ຽມຢາມເກາະ ແລນດາວ.
ຖະຫວາຍທູບທຽນ, ປ່ອຍດອກໄມ້ອາໄລຫາບັນດາວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດທະເລໝູ່ເກາະ ເຈື່ອງຊາ.
ພະນັກງານ, ນັກຮົບເກາະ ຕົກຕານ B ຕ້ອນຮັບຄະນະປະຕິບັດງານ.
ສວນຜັກຂອງຊາວໜຸ່ມຢູ່ເກາະ ເຈື່ອງຊາດົງ.
ນັກຮົບຢູ່ເກາະ ເຈື່ອງຊາດົງ ປະຕິບັດໜ້າທີ່ສັງເກດ, ຕິດຕາມບັນດາການເຄື່ອນໄຫວ ບົນທະເລ.
ມອບຫຼຽນກາລະນຶກ “ເພື່ອຮຸ່ນໜຸ່ມ” ຂອງສູນກາງຊາວໜຸ່ມໃຫ້ແກ່ຫົວໜ້າຜູ້ບັນຊາການ ແລະຫົວໜ້າການເມືອງເກາະ ເຈື່ອງຊາດົງ.
ມອບຂອງຂວັນໃຫ້ພະນັກງານ, ນັກຮົບຢູ່ເກາະຟານວີງ A.
ກປ.ອອນໄລ - ແຕ່ວັນທີ 16 ເມສາ, ຄະນະ “ການເດີນທາງໄວໜຸ່ມເພື່ອທະເລໝູ່ເກາະແຫ່ງບ້ານເກີດເມືອງນອນປີ 2018” ຂອງເຫຼົ່າທັບເຮືອ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ ແລະອົງການ, ກົມກອງຈໍານວນໜຶ່ງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ພະນັກງານ, ນັກຮົບຢູ່ບັນດາເກາະຂຶ້ນກັບໝູ່ເກາະເຈື່ອງຊາ ແລະຮ້ານເວນຍາມ DK1. ຄະນະໂດຍທ່ານ ບຸ່ຍກວາງຮຸຍ, ເລຂາສູນກາງຊາວໜຸ່ມ ເປັນຫົວໜ້າຄະນະໄດ້ໄປຢ້ຽມຢາມ, ມອບຂອງຂວັນຢູ່ບັນດາເກາະ: ດ໋າເລີ໋ນ C, ເຊີນກາ, ຊິງຕົ່ນດົງ, ຕົກຕານ B, ຟານວີງ A, ເຈື່ອງຊາດົງ... ຢູ່ບັນດາເກາະທີ່ໄປຢ້ຽມຢາມ, ຄະນະປະຕິບັດງານໄດ້ມອບຂອງຂວັນຫຼາຍພູດ ແມ່ນບັນດາສິ່ງຂອງທີ່ຈໍາເປັນຮັບໃຊ້ໃຫ້ການປະຕິບັດງານ, ການດໍາລົງຊີວິດຄື: ເຄື່ອງກັ່ນຕອງນໍ້າ, ແນວພັນພືດຜັກ ແລະຕົ້ນໄມ້, ອຸປະກອນເອເລັກໂຕນິກ... ຄະນະກໍ່ໄດ້ຈັດຕັ້ງການພົບປະແລກປ່ຽນ, ສະແດງສິລະປະ, ປຸກລະດົມພະນັກງານ, ນັກຮົບຢູ່ບັນດາເກາະໃຫ້ມີຄວາມອຸ່ນອ່ຽນໃຈເຮັດວຽກ, ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະທີ່ສັກກາລະບູຊາຂອງປະເທດຊາດ ໄວ້ໃຫ້ໝັ້ນຄົງເຂັ້ມແຂງ. ໜັງສືພິມກອງທັບປະຊາຊົນຫວຽດນາມ ອອນໄລ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບການເຄື່ອນໄຫວຂອງຄະນະປະຕິບັດງານ.
ແປໂດຍ: ກວຽດເຕີມ
Type the code from the image