ເບິ່ງຈາກທາງໄກ, ຮ້ານເວນຍາມ DK1/10 ພົ້ນເດັ່ນໃນທ່າມກາງທະເລທີ່ກວ້າງໃຫຍ່ໄພສານກັບຄ້າງຜັກປັງທີ່ຂຽວສົດໃສ. ພາບ: ວັນຮ໋ຽວ.
ບັນດາຜັກຊະນິດຕ່າງໆ, ຜັກຫອມລ້ວນແຕ່ສາມາດທົນທານກັບອາກາດຮ້າຍແຮງຢູ່ທີ່ນີ້ເປັນຢ່າງດີ. ພາບ: ວັນຮ໋ຽວ.
ອາກາດຮ້າຍແຮງທີ່ສຸດ, ຖ້າບໍ່ມີຄວາມຢຶດໝັ້ນ, ອົດທົນ ແລະບໍ່ມີຄວາມຮູ້ນັ້ນການເພີ່ມພູນຜະລິດຜົນຢູ່ຮ້ານເວນຍາມແມ່ນສິ່ງທີ່ບໍ່ສາມາດເຮັດໄດ້. ພາບ: ວັນຮ໋ຽວ.
ພະນັກງານ, ນັກຮົບຮ້ານເວນຍາມນຳໃຊ້ບັນດາບ່ອນທີ່ສາມາດວາງພາ, ຖັງ, ຊາມເພື່ອປູກຕົ້ນໄມ້. ພາບ: ວັນຮ໋ຽວ.
ອ້ອມແອ້ມບັນດາແຖວປູກຜັກ, ພະນັກງານ, ນັກຮົບຮ້ານເວນຍາມຍັງໄດ້ເອົາສັງກະສີມາສ້າງແນວກັ້ງບັງ. ພາບ: ວັນຮ໋ຽວ.
ແຕ່ລະມື້, ພາຍຫຼັງຊົ່ວໂມງຮຽນ, ຝຶກແອບ, ພະນັກງານ, ນັກຮົບເພີ່ມພູນຜະລິດຜົນຢ່າງຫ້າວຫັນ. ພາບ: ວັນຮ໋ຽວ.
ລະດູບານໃໝ່ດ້ວຍຄວາມໃຝ່ຝັນຫຼາຍຢ່າງກຳລັງມາທີ່ຮ້ານເວນຍາມ DK1/10. ພາບ: ວັນຮ໋ຽວ.
ດ້ວຍຝ່າມືທີ່ເກັ່ງກ້າສາມາດຂອງນັກຮົບ, ສີຂຽວສົດໃສຍາມໃດກໍ່ປົກຄຸມອ້ອມແອ້ມຮ້ານເວນຍາມ. ພາບ: ວັນຮ໋ຽວ.
ກປ.ອອນໄລ - ຢືນຢູ່ຊັ້ນດາດຟ້າກໍາປັ່ນ 265 ທີ່ສົ່ງຄະນະປະຕິບັດງານເລກທີສອງຂອງກອງບັນຊາການທະຫານເຮືອເຂດ 2, ພວກຂ້າພະເຈົ້າຫຼຽວເຫັນເຂດສວນຜັກຂຽວອຸ່ມທຸ່ມຢູ່ຮ້ານເວນຍາມ DK1/10 ມາແຕ່ໄກ.
ປູກຜັກຢູ່ຮ້ານເວນຍາມໃນສີ່ລະດູທີ່ມີພາຍຸລົມແດງ, ອາກາດຮ້າຍແຮງ, ແມ່ນຫຍຸ້ງຍາກກວ່າເຂດດິນຕໍ່ແຜ່ນຫຼາຍທີ່ສຸດ. ດິນປູກຜັກຕ້ອງເອົາມາຈາກເຂດດິນຕໍ່ແຜ່ນ. ເຖິງວ່າປະສົບກັບຄວາມຫຍຸ້ງຍາກປານໃດກໍ່ຕາມ ແຕ່ສວນຜັກຢູ່ຮ້ານເວນຍາມຍາມໃດກໍ່ມີຜັກປັງ, ຜັກກາດ, ຜັກສະຫຼັດ, ໝາກນາວ, ໝາກເຜັດ, ຜັກຫອມປະເພດຕ່າງໆ... ໃນຊຸມປີມໍ່ໆມານີ້, ຫຼາຍທ້ອງຖິ່ນ, ກົມກອງໃນທົ່ວປະເທດກໍ່ໄດ້ສົ່ງໃຫ້ບັນດາຮ້ານເວນຍາມບັນດາປະເພດເຄື່ອງອຸປະກອນຜະລິດກະສິກໍາປະຢັດນໍ້າ ສະນັ້ນວຽກປູກຜັກຈຶ່ງມີສ່ວນໃດສ່ວນໜຶ່ງສະດວກກວ່າ. ທ່ານພັນໂທ ຈີ້ງວັນຖຸຍ, ຫົວໜ້າການທະຫານຮ້ານເວນຍາມ DK1/10 ໃຫ້ຮູ້ວ່າ, ເຖິງວ່າບໍ່ມີດິນຫຼາຍຄືເຂດດິນຕໍ່ແຜ່ນກໍ່ຕາມ, ແຕ່ “ສວນຜັກ” ກໍ່ປະກອບສ່ວນສະໜອງຄວາມຕ້ອງການຜັກສົດໃຫ້ແກ່ພະນັກງານ, ນັກຮົບຮ້ານເວນຍາມ DK1/10. ໜັງສືພິມກອງທັບປະຊາຊົນຫວຽດນາມ ອອນໄລ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບສວນຜັກພິເສດນີ້.
ແປໂດຍ: ກວຽດເຕີມ
Type the code from the image