ຄູອາຈານຂອງໂຮງຮຽນມັດທະຍົມຕອນປາຍ ຈູວັນອານ ພານັກຮຽນໃໝ່ເຂົ້າໂຮງຮຽນ. ພາບ: qdnd.vn.
ນັກຮຽນລຸ້ນກ່ອນມອບດອກໄມ້ໃຫ້ນັກຮຽນລຸ້ນໃໝ່. ພາບ: qdnd.vn.
ນັກຮຽນລຸ້ນໃໝ່ຕ້ອນຮັບສົກຮຽນໃໝ່ຢ່າງເບີກບານມ່ວນຊື່ນ. ພາບ: qdnd.vn.
ນັກຮຽນ ປ.1 ໂຮງຮຽນປະຖົມດົງງາກ B, ບັກຕື່ລຽມ, ຮ່າໂນ້ຍ ເຂົ້າຮ່ວມພິທີໄຂສົກຮຽນໃໝ່ຢ່າງເປີກບານມ່ວນຊື່ນ. ພາບ: qdnd.vn.
ສົກຮຽນໃໝ່ໄດ້ວຽນມາໃນຄວາມມ່ວນຊື່ນຂອງຄູອາຈານ ແລະນັກຮຽນຂອງໂຮງຮຽນປະຖົມຫງວຽນຂາຈາກ (ເກົ່າໄຢ, ຮ່າໂນ້ຍ). ພາບ: qdnd.vn.
ວັນໄຂສົກຮຽນໃໝ່ທີ່ເບີກບານມ່ວນຊື່ນຂອງໂຮງຮຽນມັດທະຍົມຕອນປາຍຢາດິ້ງ, ນະຄອນ ໂຮ່ຈິມິນ. ພາບ: qdnd.vn.
ນັກຮຽນຂອງໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ຟານໂບ້ຍເຈົາ (ເຫງ້ອານ) ໃນວັນໄຂສົກຮຽນໃໝ່. ພາບ: qdnd.vn.
ນັກຮຽນຂອງໂຮງຮຽນມັດທະຍົມຕອນປາຍ ກ່າເມົາ ກຽມພ້ອມໃຫ້ສົກຮຽນໃໝ່. ພາບ: qdnd.vn.
ຄວາມມ່ວນຊື່ນເມື່ອໄປໂຮງຮຽນຂອງນັກຮຽນຢູ່ຕາແສງເກາະ ໂຖເຈົາ. ພາບ: qdnd.vn.
ລາງວັນໃນຕົ້ນສົກຮຽນໃໝ່. ພາບ: qdnd.vn.
ນັກຮຽນຂ້າມນໍ້າຖ້ວມເພື່ອເຂົ້າຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງຊາຍແດນ ອານຟຸ (ອານຢາງ), ບ່ອນຕິດກັບກໍາປູເຈຍ. ພາບ: qdnd.vn.
ບັນຍາກາດຂອງວັນບຸນທົ່ວປວງຊົນພາເດັນນ້ອຍໄປໂຮງຮຽນ. ພາບ: qdnd.vn.
ພິທີໄຂສົກຮຽນໃໝ່ຂອງຕາແສງ ສີ່ເຫຼີເລົ່າ, ເມືອງ ຟອງໂຖ, ແຂວງ ລາຍເຈົາ. ພາບ: qdnd.vn.
ພະນັກງານທະຫານຊາຍແດນ ສີ່ເຫຼີເລົ່າ ມອບຂອງຂວັນໃຫ້ຄອບຄົວ, ນັກຮຽນທຸກຍາກແຕ່ຮຽນເກັ່ງ. ພາບ: qdnd.vn.
ພໍ່ແມ່ປະຊາຊົນຕາແສງສີ່ເຫຼີເລົ່າ ມີຄວາມເບີກບານມ່ວນຊື່ນພ້ອມກັບລູກເຂົ້າຮ່ວມພິທີໄຂສົກຮຽນໃໝ່. ພາບ: qdnd.vn.
ກປ.ອອນໄລ - ຕອນເຊົ້າວັນທີ 5 ກັນຍາ, ພິທີໄຂສົກຮຽນໃໝ່ 2018-2019 ໄດ້ຈັດຕັ້ງໃນທົ່ວປະເທດ. ໃນວັນພິເສດນີ້, ບັນດາການນໍາພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ... ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ ເພື່ອສົ່ງເສີມ, ລະດົມກໍາລັງໃຈຄູອາຈານ ແລະນັກຮຽນທົ່ວປະເທດ, ປະກອບສ່ວນສ້າງມະໂນພາບດີທີ່ສຸດເພື່ອກ້າວເຂົ້າສູ່ສົກຮຽນໃໝ່ດ້ວຍບັນດາຜົນສໍາເລັດໃໝ່. ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບພິທີໄຂສົກຮຽນໃໝ່ໃນທົ່ວປະເທດ.
ໂດຍ: ຫງວຽນກຸກ
Type the code from the image