ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ລາວ ກ່າວປາໄສທີ່ພິທີສະເຫຼີມສະຫຼອງ. ພາບ: qdnd.vn.
ການນຳພັກ, ລັດ ແລະກອງທັບປະຊາຊົນລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງ. ພາບ: qdnd.vn.
ການເດີນສວນສະໜາມຂອງກຳລັງກອງທັບ, ຕຳຫຼວດ ແລະປະຊາຊົນ. ພາບ: qdnd.vn.
ພິທີສະເຫຼີມສະຫຼອງໄດ້ດຳເນີນຢູ່ເຂດທີ່ໝັ້ນປະຕິວັດວຽງໄຊ. ພາບ: qdnd.vn.
ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ລາວ ປະດັບຫຼຽນໄຊຄຳ - ລາງວັນອັນສູງສົ່ງຂອງ ສປປ ລາວ ໃຫ້ແກ່ເມືອງວຽງໄຊ. ພາບ: qdnd.vn.
ບັນຍາກາດທີ່ພິທີສະເຫຼີມສະຫຼອງ. ພາບ: qdnd.vn.
ບັນດາ “ດອກຈຳປາ” ໃນວັນບຸນ. ພາບ: qdnd.vn.
ມູມໜຶ່ງຢູ່ເມືອງວຽງໄຊ. ພາບ: qdnd.vn.
ກປ.ອອນໄລ - ຕອນບ່າຍວັນທີ 30 ພະຈິກ, ຢູ່ແຂວງຫົວພັນ, ພັກ, ລັດ ສປປ ລາວ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ (30 ພະຈິກ 1968 / 30 ພະຈິກ 2018), ເປັນເຂດທີ່ໝັ້ນປະຕິວັດຂອງລາວ ໃນການຕໍ່ສູ້ຕ້ານ ອາເມລິກາ ຢ່າງສົມກຽດ. ໃນແສງແດດອັນເຫຼືອງເຫຼື້ອມ, ປະຊາຊົນທຸກຊັ້ນວັນນະ, ນັກຮົບເກົ່າ ແລະບັນດາກຸ່ມເດີນສວນສະໜາມ, ເດີນຂະບວນ ໄດ້ເຕົ້າໂຮມກັນຢູ່ສະໜາມກິລາທີ່ໃຈກາງເມືອງວຽງໄຊ. ຈາກນີ້ສາມາດເຫັນໄດ້ແຖວໜັງສື “ວຽງໄຊ-ເຂດທີ່ໝັ້ນປະຕິວັດລາວ” ຢູ່ ຈອມພູສູງສຸດທີ່ບ້ານ ນາໄກ. ຕອນຄ່ຳວັນດຽວກັນ, ຢູ່ໃຈກາງເມືອງວຽງໄຊ ໄດ້ດຳເນີນບັນດາການເຄື່ອນໄຫວວັດທະນະທຳ, ສິລະປະສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງເມືອງວຽງໄຊ. ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍສະເໜີເຖິງເພື່ອນຜູ້ອ່ານບາງຮູບພາບທີ່ພິທີສະເຫຼີມສະຫຼອງ.
ໂດຍ: ວຽງຄຳ
Type the code from the image