ດອກຊາກຸຣະບອບບາງທອດເງົາລົງໜ້າໜອງ. ພາບ: ຫວູ້ດິ່ງດົງ
ຄ້ອຍຖະໜົນໃນລະດູບານໃໝ່. ພາບ: ຫວູ້ດິ່ງດົງ
ດອກຊາກຸຣະອວດອ້າງສີສັນຢູ່ຂ້າງເຮືອນວິນລາ. ພາບ: ຫວູ້ດິ່ງດົງ
ສີສັນຂອງດອກຊາກຸຣະ “ຄ້າຍຄືສີສົບຂອງຄົນຮັກ...”. ພາບ: ຫວູ້ດິ່ງດົງ
ການດໍາລົງຊີວິດຢ່າງສະຫງົບງຽບຢູ່ກ້ອງຮົ່ມດອກຊາກຸຣະ. ພາບ: ຫວູ້ດິ່ງດົງ
ດອກຊາກຸຣະອວດອ້າງສີສັນຢູ່ເນີນໂນນ. ພາບ: ຫວູ້ດິ່ງດົງ
ຂອບປະຕູລະດູບານໃໝ່. ພາບ: ຫວູ້ດິ່ງດົງ
ນັດຮັກລະດູດອກຊາກຸຣະ. ພາບ: ຫວູ້ດິ່ງດົງ
ເຂດປ່າດ່າລາດເຕັມໄປດ້ວຍສີສັນຂອງດອກຊາກຸຣະ. ພາບ: ຫວູ້ດິ່ງດົງ
ກປ.ອອນໄລ - ແຕ່ດົນນານມາແລ້ວ, ດອກຊາກຸຣະໄດ້ຮັບຖືວ່າເປັນສັນຍາລັກຂອງລະດູບານໃໝ່ດ່າລາດ. ແຕ່ລະປີ, ດອກຊາກຸຣະບານແຕ່ເທື່ອດຽວແມ່ນປະມານຕົ້ນເດືອນມັງກອນ, ແຕ່ປີນີ້ດອກຊາກຸຣະບານສອງເທື່ອ. ກ່ອນບຸນປີໃໝ່ປະຈໍາຊາດ, ຊາວດ່າລາດ ແລະແຂກທ່ອງທ່ຽວໄດ້ຊົມລະດູດອກຊາກຸຣະບານສະພັ່ງ ແລະປະຫຼາດໃຈທີ່ສຸດໃນຊຸມວັນຕົ້ນເດືອນມີນາ, ຕົ້ນຊາກຸຣະຫຼາຍຕົ້ນຫາກໍ່ເລີ່ມຈໍ່ດອກເຮັດໃຫ້ແຂກທ່ອງທ່ຽວຕົກສະເງີ້ ແລະຫຼົງໄຫຼ.
ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບລະດູດອກຊາກຸຣະບານຊ້າຢູ່ດ່າລາດໃນຊຸມວັນນີ້.
ແປໂດຍ: ຫງວຽນກຸກ
Type the code from the image