ຕໍ່ໜ້າຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະກອນ ແລະຊາວນາ, ໃນວັນທີ 4 ກໍລະກົດ ປີ 1917, ລັດຖະບານນາຍທຶນຊ່ົວຄາວ ໄດ້ອອກຄໍາສັ່ງໃຫ້ທະຫານຍິງປືນໃສ່ຂະບວນແຫ່ປະທ້ວງ ຢູ່ Petrograd. ການກະທໍານີ້ໄດ້ຢັ້ງຢືນວ່າພຽງແຕ່ມີຄວາມຮຸນແຮງການປະຕິວັດຄືໂຄງການການເມືອງເດືອນເມສາ ຂອງ ເລນິນ ໄດ້ກໍານົດຈຶ່ງສາມາດຍາດເອົາອໍານາດການປົກຄອງມາຢູ່ໃນກຳມືສະຫະພາບ ໂຊວຽດ.