ນັກຖ່າຍຮູບ Naresh Balaguru ຊາວ ອາເມລິກາ ໄດ້ບັນທຶກຮູບພາບດີເດັ່ນນີ້ເມື່ອຮຸ້ງກິນນໍ້າປະກົດຢູ່ຮ່ອມພູ Grand Canyon. ພາບ: DailyMai.
ນັກຖ່າຍຮູບ Hiroki Inoue ຖ່າຍຮູບດອກຊະກຸຣາ ບານສະພັ່ງທີ່ສວຍງາມໃນຍາມກາງຄືນຢູ່ Nakameguro, Tokyo. ພາບ: DailyMai.
ນັກຖ່າຍຮູບ Enrico Pescantini ຊາວ ອີຕາລີ ຖ່າຍຮູບກ່ຽວກັບເຂດບູຮານຄະດີ Teotihuacan ຢູ່ ເມັກຊີໂກ. ພາບ: DailyMai.
ນັກຖ່າຍຮູບ Khai Chuin Sim ມາຈາກປະເທດ ມາເລເຊຍ ຖ່າຍຮູບແຜ່ນນີ້ຢູ່ Kenya. ພາບ: DailyMai.
ນັກຖ່າຍຮູບ Nitish Thakus ຊາວ ອິນເດຍ ຖ່າຍຮູບບັນດາຜູ້ລ້ຽງສັດເທິງສາຍພູ Himalayas. ພາບ: DailyMai.
Mattia Passarini ດໍາລົງຊີວິດຢູ່ ຈີນ, ມີໄລຍະເວລາດໍາລົງຊີວິດຢູ່ໃກ້ກັບກົກເຫຼົ່າລ້ຽງສັດ Mundari ຢູ່ ຊູດັງໃຕ້. “Mundari ແມ່ນໜຶ່ງໃນບັນດາກົກເຫຼົ່າລ້ຽງສັດທີ່ມີຊື່ສຽງທີ່ສຸດໃນໂລກ”. ພາບ: DailyMai.
ເອື້ອຍນ້ອງຄູ່ໜຶ່ງນັ່ງເທິງຂັ້ນໄດ ແລະດື່ມ masala ຢູ່ Rajasthan, ປະເທດ ອິນເດຍ. ຮູບພາບແຜ່ນນີ້ໂດຍນັກຖ່າຍຮູບ Firdaus Hadzri ຊາວມາເລເຊຍ ຖ່າຍເອົາ. ພາບ: DailyMai.
ນໍ້າໃຕ້ດິນ Sol de Managa ຍາມຮຸ່ງເຊົ້າຖ່າຍໂດຍ King Hi Antony Tang ຊາວ ຮົ່ງກົງ. ພາບ: DailyMai.
ລາວາລ່ອງລອຍເທິງທະເລພາຍຫຼັງພູເຂົາໄຟເກີດລະເບີດຢູ່ ໂບລີເວຍ. ນັກຖ່າຍຮູບ Tetsuya Nomura ເວົ້າວ່າ “ພູເຂົາໄຟເກີດລະເບີດເຮັດໃຫ້ຂີ້ເຖົ່າລອຍຂຶ້ນສູ່ທ້ອງຟ້າ. ພາບ: DailyMai.
ນັກຖ່າຍຮູບ Hideyuki Katagiri ຊາວຍີ່ປຸ່ນ, ໄດ້ຖ່າຍຮູບພາບເສັ້ນທາງລົດໄຟ Enoshima ຢູ່ນອກຝັ່ງທະເລ ຍີ່ປຸ່ນ ທີ່ເຊື່ອມຕໍ່ Kamakura ກັບ Fujisawa. ພາບ: DailyMai.
ກປ.ອອນໄລ - National Geographic 2018 ໄດ້ເລີ່ມຕົ້ນຈັດຕັ້ງການແຂ່ງຂັນຮູບພາບທ່ອງທ່ຽວປະຈໍາປີຂອງຕົນ. ຜູ້ເຂົ້າຮ່ວມສາມາດສົ່ງພາບ ເພື່ອຊີງລາງວັນໃນຫົວເລື່ອງຄື: ທໍາມະຊາດ, ມະນຸດ ແລະຕົວເມືອງ. ຜູ້ຊະນະຈະໄດ້ຮັບລາງວັນທີ່ມີມູນຄ່າ 10.000 ໂດລາສະຫະລັດ.
ຕໍ່ໄປນີ້ແມ່ນບາງຮູບພາບສວຍງາມທີ່ສົ່ງມາເຂົ້າຮ່ວມການແຂ່ງຂັນຮູບພາບໄວທີ່ສຸດ. ເວລາຮັບຮູບພາບຈະແກ່ຍາວເຖິງວັນທີ 31 ພຶດສະພາ.
ແປໂດຍ: ຮວ່າງເຈື່ອງ
Type the code from the image