ໂຮງຮຽນມັດທະຍົມຕອນຕົ້ນ ນ່າເອີດ ຖືກເປ່ເພພາຍຫຼັງຝົນຕົກນໍ້າຖ້ວມ. ພາບ: ຢຸຍວັນ.
ເຄື່ອງອຸປະກອນການຮຽນ-ການສອນ, ປື້ມຖືກເປ່ເພເກືອບທັງໝົດ. ພາບ: ຢຸຍວັນ.
ເດີ່ນໂຮງຮຽນ ແລະບັນດາຫ້ອງຮຽນຖືກຂີ້ຕົມຖົມ. ພາບ: ຢຸຍວັນ.
ບັນດາຄູ-ອາຈານ ຊອກຫາວີທີແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນໍ້າຖ້ວມ. ພາບ: ຢຸຍວັນ.
ພະນັກງານ, ນັກຮົບກໍາລັງປະກອບອາວຸດເມືອງມາຍເຊີນ ໄດ້ເຮັດອະນາໄມຂີ້ຕົມຢ່າງທັນການ. ພາບ: ຢຸຍວັນ.
ແບ່ງປັນພ້ອມກັບຄູ-ອາຈານ ໃນຕອນປະສົບເຄາະຮ້າຍ, ໄພທໍາມະຊາດ. ພາບ: ຢຸຍວັນ.
ນຳໃຊ້ທັງກໍາລັງແຮງຄົນ ແລະເຄື່ອງຈັກເພື່ອເຮັດອະນາໄມ. ພາບ: ຢຸຍວັນ.
ຂີ້ຕົມ, ດິນນັບພັນໂຕນເຊິ່ງພະນັກງານ, ນັກຮົບ ແລະບັນດາກໍາລັງໄດ້ເອົາອອກໄປຈາກຂອບເຂດໂຮງຮຽນ. ພາບ: ຢຸຍວັນ.
ເປີດກະແສນໍ້າໄຫຼເພື່ອຫຼີກລ້ຽງບໍ່ໃຫ້ນໍ້າໄຫຼເຂົ້າເດີ່ນໂຮງຮຽນອີກ. ພາບ: ຢຸຍວັນ.
ສີດນໍ້າລ້າງຂີ້ຕົມຢູ່ຕາມຫ້ອງຮຽນ. ພາບ: ຢຸຍວັນ.
ທັງກໍາລັງທະຫານປ້ອງກັນຕົວ ແລະຊາວໜຸ່ມທ້ອງຖິ່ນຮ່ວມແຮງຮ່ວມໃຈກັນແກ້ໄຂຜົນຮ້າຍຢ້ອນຫຼັງຈາກນໍ້າຖ້ວມ. ພາບ: ຢຸຍວັນ.
ຮ່ວມແຮງຮ່ວມໃຈ, ສູ້ຊົນປະຕິບັດສໍາເລັດວຽກງານແກ້ໄຂເພື່ອໃຫ້ຄູ-ອາຈານ ແລະນັກຮຽນໄດ້ເຂົ້າສົກຮຽນໃໝ່ຢ່າງທັນການ. ພາບ: ຢຸຍວັນ.
ກປ.ອອນໄລ - ໃນຊຸມວັນຜ່ານມາ, ຄູ-ອາຈານ ແລະນັກຮຽນໃນທົ່ວປະເທດພວມມີຄວາມກະຕືລືລົ້ນລໍຖ້າຟັງສຽງກອງມາໂຮງຮຽນ. ແຕ່ວ່າ, ຢູ່ບັນດາທ້ອງຖິ່ນເຂດພູສູງຫຼາຍແຫ່ງ, ຄູ-ອາຈານ ແລະນ້ອງນັກຮຽນພວມພະຍາຍາມຜ່ານຜ່າສະພາບນໍ້າຖ້ວມແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດໂດຍໄວ ເພື່ອໃຫ້ທັນກັບການເຂົ້າສົກຮຽນໃໝ່. ທີ່ໂຮງຮຽນກິນນອນຊົນເຜົ່າຢູ່ເມືອງ ມາຍເຊີນ, ແຂວງເຊີນລາ, ນໍ້າຖ້ວມໄດ້ໄຫຼພັດເອົາເຄື່ອງອຸປະກອນການຮຽນ-ການສອນໄປເກືອບໝົດ, ບັນດາຫ້ອງຮຽນ ແລະເດີ່ນຫຼີ້ນຖືກຂີ້ຕົມຖົມເອົາໝົດ, ຄາດຄະເນມູນຄ່າການເສຍເຫຍເປັນເງິນກວ່າ 2 ຕື້ດົ່ງ.
ຕໍ່ໜ້າບັນດາຄວາມຫຍຸ້ງຍາກຂອງຄູ-ອາຈານຢູ່ໂຮງຮຽນແຫ່ງນີ້, ຄະນະກອງບັນຊາການທະຫານເມືອງມາຍເຊີນ, ແຂວງເຊີນລາ ໄດ້ສົມທົບກັບບັນດາກໍາລັງຈັດຕັ້ງການຊ່ວຍເຫຼືອໂຮງຮຽນແກ້ໄຂຜົນຮ້າຍຈາກຝົນຕົກນໍ້າຖ້ວມ. ພະນັກງານ, ນັກຮົບຫຼາຍຮ້ອຍຄົນໄດ້ປຸກລະດົມມາເຮັດວຽກຢ່າງຕໍ່ເນື່ອງ. ຂີ້ຕົມນັບພັນໂຕນໄດ້ຂົນສົ່ງອອກໄປຈາກຂອບເຂດໂຮງຮຽນ. ທ່ານພັນເອກ ຫງວຽນວັນກວາງ, ຫົວໜ້າຄະນະບັນຊາການທະຫານເມືອງມາຍເຊີນ ໃຫ້ຮູ້ວ່າ: ກົມກອງໄດ້ປຸກລະດົມກໍາລັງເຂົ້າຮ່ວມແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນໍ້າຖ້ວມຈົນສຸດຄວາມສາມາດຢູ່ຫຼາຍແຫ່ງໃນບໍລິເວນ. ໃນນັ້ນໄດ້ສຸມໃສ່ໂຮງຮຽນມັດທະຍົມຕອນຕົ້ນກິນນອນຊົນເຜົ່າ ນ່າເອີດ ດ້ວຍເປົ້າໝາຍແມ່ນໃຫ້ສໍາເລັດເພື່ອໃຫ້ຄູ-ອາຈານ ແລະນ້ອງນັກຮຽນຂອງໂຮງຮຽນທັນການໄຂສົກຮຽນໃໝ່ໃຫ້ຖືກຕາມແຜນການ.
ໂດຍ: ໄຊນີດາ
Type the code from the image