ໄລຂົວມີລວງຍາວເກືອບ 6 ແມັດ, ກວ້າງ 7,1 ກວ່າແມັດ.
ຂົວທຸ່ນລອຍ PMP ປະກອບມີຫຼາຍໄລ
ພະນັກງານ, ນັກຮົບ ກໍາລັງຕໍ່ໄລຂົວໃສ່ກັນ
ກະກຽມໃຫ້ລົດຂ້າມຂົວ
ຂົວທຸ່ນລອຍ PMP ບັນຈຸນໍ້າໜັກ 60 ໂຕນ, ຮັບປະກັນການຈະລາຈອນໃຫ້ແກ່ບັນດາພາຫະນະ, ຍຸດໂທປະກອນ ແລະອາວຸດຍຸດທະພັນເຕັກນິກ ຂອງກໍາລັງປະກອບອາວຸດ ທະຫານເຂດ 9.
ດ້ວຍຈຸດດີຄື ຕໍ່ໃສ່ກັນສະດວກ, ວ່ອງໄວ, ລັກສະນະເຄື່ອນທີ່ສູງ, ຂົວທຸ່ນລອຍໄດ້ປະກອບໃຫ້ແກ່ກອງພົນນ້ອຍຊ່າງແສງ 25 ຍັງມີໜ້າທີ່ກູ້ຊ່ວຍຮັບປະກັນການຄົມມະນາຄົມພົນລະເຮືອນ ເມື່ອມີກໍລະນີເກີດຂຶ້ນ.
ກປ.ອອນໄລ - ໃນການຝຶກຊ້ອມທີ່ແກ່ຍາວມາແຕ່ທ້າຍເດືອນ ຕຸລາ ເຖິງເດືອນພະຈິກ ຜ່ານມາ, ກອງພົນນ້ອຍຊ່າງແສງ 25 (ທະຫານເຂດ 9) ໄດ້ຮັບການມອບໜ້າທີ່ຮັບປະກັນໃຫ້ແກ່ບັນດາກໍາລັງ, ພາຫະນະ, ອາວຸດຍຸດທະພັນຂ້າມແມ່ນໍ້າປະຕິບັດໜ້າທີ່ກຽມພ້ອມສູ້ຮົບຈາກກອງບັນຊາການທະຫານເຂດ 9.
ນີ້ແມ່ນການຝຶກຊ້ອມຂະໜາດໃຫຍ່, ໂດຍກອງບັນຊາການທະຫານເຂດ 9 ຊີ້ນໍາຈັດຕັ້ງເພື່ອຍົກສູງຄວາມສາມາດສົມທົບສູ້ຮົບລະຫວ່າງບັນດາກໍາລັງ. ບັນດາກົມກອງເຂົ້າຮ່ວມການຝຶກຊ້ອມລ້ວນແຕ່ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບການມອບໝາຍ, ໃນນັ້ນມີກອງພັນຂ້າມແມ່ນໍ້າທີ 4 ຂຶ້ນກັບກອງພົນນ້ອຍຊ່າງແສງ 25.
ໜັງສືພິມກອງທັບປະຊາຊົນຫວຽດນາມ ອອນໄລ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບການກ່າຍຂົວຂ້າມແມ່ນໍ້າຂອງກອງພົນນ້ອຍຊ່າງແສງ 25, ທະຫານເຂດ 9.
ແປໂດຍ: ຮວ່າງເຈື່ອງ
Type the code from the image