ໃນຊຸມວັນລະດູບານໃໝ່, ຢືນຢູ່ບ່ອນໃດໃນບໍລິເວນວັດ PoThithlang ກໍ່ພົບເຫັນສີບົວຂອງດອກໄມ້. ພາບ: ຮົ່ງດັງ
ຕົ້ນດອກແຄນສີບົວຫຼາຍຕົ້ນມີອາຍຸເກືອບ 50 ປີ. ພາບ: ຮົ່ງດັງ
ຕາມບັນດາຜູ້ທີ່ມີອິດທິພົນຊື່ສຽງໃນເຜົ່າຂະເມ ຢູ່ຕາແສງ ເທີຍອານໂຮ້ຍ, ພັນດອກແຄນສີບົວທຳອິດແມ່ນບັນດາພຸດທະສາສະນິກະຊົນເອົາມາຈາກຕ່າງປະເທດມາຖະຫວາຍໃຫ້ວັດ. ພາບ: ຮົ່ງດັງ
ຢູ່ວັດ PoThithlang, ດອກແຄນສີບົວປຽບເໝືອນສັນຍານບົ່ງບອກລະດູບານໃໝ່ວຽນມາ. ພາບ: ຮົ່ງດັງ
ໃນລະດູດອກໄມ້, ໃບຂອງມັນຈະຄ່ອຍໆຫຼົ່ນຈົນໝົດເພື່ອໃຫ້ດອກໄມ້ເບັ່ງບານ. ພາບ: ຮົ່ງດັງ
ດອກໄມ້ເບັ່ງບານເປັນພຸ້ມເປັນພວງສວຍງາມ. ພາບ: ຮົ່ງດັງ
ກີບດອກໄມ້ບາງ, ປິວໄປຕາມສາຍລົມພັດໃນທົ່ວສວນ ແລະຕົກໄປທົ່ວເສັ້ນທາງເດີນ. ພາບ: ຮົ່ງດັງ
ສວນດອກແຄນສີບົວຢູ່ວັດ PoThithlang ໄດ້ກາຍເປັນມໍລະດົກອັນລໍ້າຄ່າ, ໄດ້ຮັບການບົວລະບັດ, ດູແລຮັກສາຈາກທັງປະຊາຄົມ ແລະບັນດາຄູບາ. ພາບ: ຮົ່ງດັງ
ກປ.ອອນໄລ - ສວນດອກແຄນສີບົວ (Tabebuia rosea) ຢູ່ວັດ PoThithlang, ຕາແສງ ເທີຍອານໂຮ້ຍ, ເມືອງ ເກ໋ແຊັກ, ແຂວງຊອັກຈັງ, ຫວຽດນາມ ແມ່ນສັງກັດໃນຊະນິດຕົ້ນໄມ້ນານປີ ແລະຫາຍາກ, ຍັງບໍ່ທັນເຄີຍມີຢູ່ເຂດທົ່ງພຽງແມ່ນໍ້າຂອງ. ແຕ່ລະປີມີພຽງໜຶ່ງລະດູ, ດອກໄມ້ເບັ່ງບານຫຼາຍໃນຊຸມວັນຕົ້ນລະດູບານໃໝ່...
ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບດອກແຄນສີບົວຢູ່ວັດ PoThithlang ໃນຊຸມວັນປີໃໝ່ປີຈໍ 2018.
ແປໂດຍ: ເກື່ອງດັ້ງ
Type the code from the image