ໃນຊຸມວັນຜ່ານມາ, ດອກຊາກຸຣະ ພວມບານສະພັ່ງ, ອວດອ້າງສີສັນໃນບໍລິເວນວັດ ບ໋າຍດິງ. ພາບ: dantri.com.vn.
ມາຢ້ຽມຊົມວັດແຫ່ງໃຫຍ່ທີ່ສຸດຂອງຫວຽດນາມ ໃນຊຸມວັນນີ້, ແຂກທ່ອງທ່ຽວປຽບເໝືອນຄືດັ່ງໄດ້ຫຼົງໄຫຼເຂົ້າໄປຢູ່ໃນເຂດດອກຊາກຸຣະ ຢູ່ດ່າລາດ ຫຼືຢູ່ປະເທດ ຍີ່ປຸ່ນ. ພາບ: dantri.com.vn.
ປ່າຕົ້ນດອກຊາກຸຣະ ອວດອ້າງສີສັນສ້າງຄວາມງາມທີ່ແປກປະຫຼາດໃຫ້ແກ່ວັດ ບ໋າຍດິງ. ພາບ: dantri.com.vn.
ກປ.ອອນໄລ - ໃນຊຸມວັນມໍ່ໆມານີ້, ແຂກທ່ອງທ່ຽວທີ່ມາຢ້ຽມຊົມວັດ ບ໋າຍດິງ (ແຂວງ ນີງບິ່ງ) - ເຊິ່ງແມ່ນວັດແຫ່ງໃຫຍ່ທີ່ສຸດຂອງຫວຽດນາມ ດ້ວຍບັນດາສະຖິຕິອາຊີ, ອາຊີຕາເວັນອອກສ່ຽງໃຕ້ ແລະຫວຽດນາມ ລ້ວນແຕ່ຕົກສະເງີ້ເມື່ອເຫັນປ່າຕົ້ນດອກຊາກຸຣະ ພວມບານສະພັ່ງອວດອ້າງສີສັນ.
ຕາມນັ້ນແລ້ວ, ມີຕົ້ນດອກຊາກຸຣະ ອາຍຸເກີນ 10 ປີ ກວ່າ 30 ຕົ້ນ, ພ້ອມກັບຕົ້ນດອກຊາກຸຣະ ຫຼາຍຕົ້ນທີ່ໄດ້ຕັດຕໍ່ກິ່ງຈາກບັນດາຕົ້ນດອກຊາກຸຣະທີ່ມີອາຍຸຫຼາຍປີ, ກໍ່ພວມຢູ່ໃນລະດູບານສະພັ່ງ. ສີສັນຂອງດອກຊາກຸຣະ ໄດ້ສ້າງໃຫ້ວັດແຫ່ງໃຫຍ່ທີ່ສຸດຂອງຫວຽດນາມ ມີຄວາມສວຍງາມ ແລະສ້າງເປັນຈຸດສະເພາະພິເສດທີ່ຫາຍາກເຊິ່ງຢູ່ບ່ອນອື່ນແມ່ນບໍ່ມີ.
ໜັງສືພິມກອງທັບປະຊາຊົນຫວຽດນາມ ອອນໄລ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບຂອງດອກຊາກຸຣະທີ່ພວມອວດອ້າງສີສັນໃນວັດແຫ່ງໃຫຍ່ທີ່ສຸດຂອງຫວຽດນາມ.
ແປໂດຍ: ຫງວຽນກຸກ
Type the code from the image