ໃນໄລຍະມໍ່ໆມານີ້, ເສັ້ນທາງຢູ່ໃນບໍລິເວນມະຫາວິທະຍາໄລສ້າງຄູຮ່າໂນ້ຍ, ເມືອງເກົ່າເຢິ໊ຍ, ຮ່າໂນ້ຍ ໄດ້ກາຍເປັນສະຖານທີ່ດຶງດູດເພື່ອນໜຸ່ມມາ Check-in, ຖ່າຍຮູບເປັນຈຳນວນຫຼວງຫຼາຍ. ພາບ: dantri.com.vn.
ນີ້ກໍ່ໄດ້ຮັບການຂະໜານນາມວ່າແມ່ນ “ເສັ້ນທາງແຫ່ງຄວາມຮັກ” ຍ້ອນຄວາມສວຍງາມຂອງແຖວຕົ້ນໄມ້ໃນລະດູປ່ຽນໃບ. ພາບ: dantri.com.vn.
ແຖວຕົ້ນໄມ້ໄດ້ປູກຢູ່ຂ້າງທາງ, ໃນບໍລິເວນມະຫາວິທະຍາໄລສ້າງຄູຮ່າໂນ້ຍ. ຕົ້ນຕໍແມ່ນຕົ້ນລົກວື່ງ (ຕົ້ນກະໂດນ). ພາບ: dantri.com.vn.
ທ້າຍເດືອນ ກຸມພາ, ຕົ້ນເດືອນ ມີນາ ບັນດາໃບທີ່ເປັນສີຂຽວໄດ້ປ່ຽນເປັນສີເຫຼືອງເຮັດໃຫ້ສະຖານທີ່ຢູ່ນີ້ກາຍເປັນສະຖານທີ່ຖ່າຍຮູບໃຫ້ແກ່ບັນດາເພື່ອນໜຸ່ມ ແລະນັກທ່ອງທ່ຽວ. ພາບ: dantri.com.vn.
ທັດສະນີຍະພາບສະຫງົບງຽບສວຍງາມຄ້າຍຄືຮູບແຕ້ມເກົ່າແກ່ທີ່ງາມສະຫງ່າ. ພາບ: dantri.com.vn.
ເສັ້ນທາງເຕັມໄປດ້ວຍສີເຫຼືອງຍ້ອນແຖວຕົ້ນໄມ້ໃນລະດູປ່ຽນໃບ. ພາບ: dantri.com.vn.
ເສັ້ນທາງມີຄວາມສວຍງາມ, ເພີດເພີນຄ້າຍຄືກັນກັບທັດສະນີຍະພາບລະດູປ່ຽນໃບຂອງບັນດາປະເທດຕາເວັນຕົກ. ພາບ: dantri.com.vn.
ນາງ ເຈິ່ນທູຖຸຍ, ນັກສຶກສາມະຫາວິທະຍາໄລສ້າງຄູຮ່າໂນ້ຍ ແອັກທ່າຖ່າຍຮູບຢູ່ແຖວຕົ້ນໄມ້. ພາບ: dantri.com.vn.
ໃນຊຸມວັນຜ່ານມາ, ເສັ້ນທາງດັ່ງກ່າວ ຍາມໃດກໍມີຄົນມາຖ່າຍຮູບຢ່າງຄັບຄາໜາແໜ້ນ. ພາບ: dantri.com.vn.
ໃຜກໍ່ມີຄວາມກະຕືລີລົ້ນຢາກມາຖ່າຍຮູບຢູ່ສະຖານທີ່ດັ່ງກ່າວນີ້. ພາບ: dantri.com.vn.
ກປ.ອອນໄລ - ເສັ້ນທາງຢູ່ໃນບໍລິເວນມະຫາວິທະຍາໄລສ້າງຄູຮ່າໂນ້ຍ, ເມືອງເກົ່າເຢິ໊ຍ, ຮ່າໂນ້ຍ ໄດ້ຮັບການຂະໜານນາມວ່າແມ່ນເສັ້ນທາງແຫ່ງຄວາມຮັກຍ້ອນຄວາມສວຍງາມຂອງແຖວຕົ້ນໄມ້ໃນລະດູປ່ຽນໃບ.
ໂດຍ: ຄໍາແພງ
Type the code from the image