ອາກາດຮ້ອນໃນຍາມບຸນເຕັດເຮັດໃຫ້ຕົ້ນດອກສ້ຽວປ່າຢູ່ຕາມຖະໜົນສາຍຕ່າງໆຢູ່ຮ່າໂນ້ຍ ອອກດອກໄວກວ່າປະມານ 3 ອາທິດເມື່ອທຽບໃສ່ປີກາຍ. ພາບ: vnexpress.net.
ເຖິງວ່າອາກາດປົກຄຸມໄປດ້ວຍເມກໝອກ ແລະຝົນຝອຍກໍ່ຕາມ, ແຕ່ກໍ່ມີຄົນທ່ຽວທາງຫຼາຍຄົນໄດ້ຈອດລົດຢູ່ແຄມທາງຮວ່າງຢ້ຽວ ເພື່ອຢ້ຽມຊົມ ແລະຖ່າຍຮູບກັບບັນດາຄວາມງາມຂອງດອກໄມ້ເຂດໄຕບັກ (ທິດຕາເວັນຕົກສ່ຽງເໜືອ). ພາບ: vnexpress.net.
ດອກສ້ຽວປ່າ ປະກົດມີຢູ່ ຮ່າໂນ້ຍ ນັບແຕ່ຕົ້ນທົດສະວັດທີ 1960. ບັນດານັກວາງແຜນຜັງຕົວເມືອງໄດ້ທົດລອງປູກຕົ້ນດອກສ້ຽວປ່າຈຳນວນໜຶ່ງຕາມເສັ້ນທາງ, ສວນສາທາລະນະ, ໜອງຮວ່ານກ໋ຽມ. ພາບ: vnexpress.net.
ຍາມລະດູໜາວໃບຂອງມັນຈະຫຼົ່ນໝົດ, ຄອຍຖ້າເຖິງລະດູບານໃໝ່ທີ່ອົບອຸ່ນ ເພື່ອແຕກໜໍ່ຈໍ່ດອກ. ພາບ: vnexpress.net.
ຕົ້ນດອກສ້ຽວປ່າສັງກັດຢູ່ໃນສາຍພັນ Bauhinia, ມີຊື່ພາສາອັງກິດແມ່ນ Camel’s foot. ດອກສ້ຽວປ່າບໍ່ມີກິ່ນຫອມແຕ່ວ່າມີລົດຊາດ, ແຕ່ລະດອກມີ 4-5 ກີບ ແລະມີລົດຊາດຫວານ. ພາບ: vnexpress.net.
ເອື້ອຍເຫວ້ (ເມືອງແທງຊວນ, ຮ່າໂນ້ຍ) ໃຫ້ຮູ້ວ່າ “ຂ້າພະເຈົ້າມັກທີ່ສຸດດອກສ້ຽວປ່າ ສະນັ້ນຈຶ່ງໄດ້ຊວນໝູ່ເພື່ອນຂຶ້ນແຜນໄປເຊົ່າຊຸດເຊື້ອຍາວ, ແຕ່ງຕົວ, ຈ້າງນັກຖ່າຍຮູບໄປຖ່າຍກ່ອນທີ່ຈະໝົດລະດູດອກໄມ້ບານ”. ພາບ: vnexpress.net.
ປະມານ 3 ປີມານີ້, ຖະໜົນບາງສາຍຢູ່ຮ່າໂນ້ຍ ໄດ້ປູກຕົ້ນດອກສ້ຽວປ່າສີມ່ວງຕື່ມອີກ. ພາບ: vnexpress.net.
ຢູ່ສວນສາທາລະນະ Lenin ມີຕົ້ນດອກສ້ຽວປ່ານັບສິບຕົ້ນພ້ອມກັນເບັ່ງບານສະພັ່ງອວດອ້າງສີສັນ. ພາບ: vnexpress.net.
ມີຫຼາຍຕົ້ນທີ່ຫາກໍ່ໄດ້ປູກໄດ້ນໍາມາເຊິ່ງຄວາມຊີວິດຊີວາໃຫ້ແກ່ຮ່າໂນ້ຍ ໃນຊຸມວັນຝົນຕົກ ແລະອາກາດໜາວເຢັນ. ພາບ: vnexpress.net.
ດອກສ້ຽວປ່າສີມ່ວງກໍ່ໄດ້ປູກຢູ່ຕາມທາງສາມແຍກ, ສີ່ແຍກຂອງຮ່າໂນ້ຍ. ພາບ: vnexpress.net.
ກປ.ອອນໄລ - ແຖວຕົ້ນດອກສ້ຽວປ່າຢູ່ຖະໜົນບັກເຊີນ, ຮວ່າງຢ້ຽວ ໄດ້ເຮັດໃຫ້ແຂກທ່ອງທ່ຽວແປກປະຫຼາດ ແລະມາຖ່າຍຮູບເປັນຈໍານວນຫຼວງຫຼາຍ.
ໂດຍ: ບົວພອນ
Type the code from the image