60 ປີແຫ່ງການປົກປັກຮັກສາອໍານາດອະທິປະໄຕຊາຍແດນຢ່າງໝັ້ນຄົງ
ກປ.ອອນໄລ - ທະຫານຊາຍແດນ ແມ່ນກໍາລັງສະເພາະກິດມີໜ້າທີ່ຄຸ້ມຄອງ, ປົກປັກຮັກສາອໍານາດອະທິປະໄຕຄວາມໝັ້ນຄົງຊາຍແດນແຫ່ງຊາດ. ໃນຊຸມວັນນີ້, ພະນັກງານ, ນັກຮົບທະຫານຊາຍແດນ ໃນທົ່ວທຸກແຖບຖິ່ນຂອງປະເທດຊາດ ກໍາລັງແຂ່ງຂັນກັນສ້າງຜົນງານມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງທະຫານຊາຍແດນ ຄົບຮອບ 60 ປີ (3-3-1959/3-3-2019) ແລະວັນທົ່ວປວງຊົນປ້ອງກັນຊາຍແດນ ຄົບຮອບ 30 ປີ (3-3-1989/3-3-2019).
ຜ່ານ 60 ປີແຫ່ງການກໍ່ສ້າງ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວ, ບັນດາພະນັກງານ, ນັກຮົບທະຫານຊາຍແດນຮຸ່ນຕ່າງໆ ຍາມໃດກໍຍົກສູງຈິດໃຈສະຕິລະວັງຕົວປະຕິວັດ, ສະຫຼຽວສະຫຼາດ, ພິລະອາດຫານ, ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ, ປົກປັກຮັກສາອໍານາດອະທິປະໄຕຂອງປະເທດຊາດໄວ້ໃຫ້ໝັ້ນຄົງ, ຕັ້ງໜ້າເຂົ້າຮ່ວມການປັບປຸງລະບົບການເມືອງຢູ່ຂັ້ນຮາກຖານ, ພັດທະນາເສດຖະກິດ-ສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ພິເສດແມ່ນພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ, ປະກອບສ່ວນສ້າງພື້ນຖານທົ່ວປວງຊົນປ້ອງກັນຊາຍແດນໃຫ້ເຂັ້ມແຂງ, ແລະເຂດຊາຍແດນສັນຕິພາບ, ມິດຕະພາບກັບບັນດາປະເທດໃກ້ຄຽງ.
ໜັງສືພິມກອງທັບປະຊາຊົນ ຂໍແນະນໍາເຖິງເພື່ອນຜູ້ອ່່ານບາງຮູບພາບກ່ຽວກັບນັກຮົບທະຫານຊາຍແດນ ທີ່ກໍາລັງປະຕິບັດໜ້າທີ່ຢູ່ທຸກແຖບຖິ່ນຂອງປະເທດຊາດ.
ໂດຍ: ໄຊຊະນະ