ຕັ້ງທັບຢູ່ Bentiu, ຊູດັງໃຕ້ ແຕ່ໂຮງໝໍກາງສະໜາມຂັ້ນສອງ ເລກທີ 1 ຍັງໄດ້ຮັບໃບຕອງຈິງມາຫໍ່ເຂົ້າຕົ້ມໃນໂອກາດບຸນປີໃໝ່ປະຈໍາຊາດປີກຸນໃກ້ຈະມາເຖິງໄດ້ຢ່າງທັນການ. ພາບ: qdnd.vn.
ໃບຕອງຈິງໄດ້ເຊັດໃຫ້ແຫ້ງພາຍຫຼັງທີ່ລ້າງສະອາດ. ພາບ: qdnd.vn.
ວັດຖຸດິບຫໍ່ເຂົ້າຕົ້ມປະເພດຕ່າງໆໄດ້ແຊ່, ເອືອບໄວ້ຢ່າງຮຽບຮ້ອຍແລ້ວ. ພາບ: qdnd.vn.
ເລີ່ມຕົ້ນຫໍ່ເຂົ້າຕົ້ມ. ພາບ: qdnd.vn.
ຕົ້ມເຂົ້າຕົ້ມ. ພາບ: qdnd.vn.
ພະນັກງານ, ແພດໝໍໂຮງໝໍກາງສະໜາມຂັ້ນສອງ ເລກທີ 1 ຕິດດອກໄມ້ເຈ້ຍ, ດອກໄມ້ຢາງປ່ຽນແທນໃຫ້ງ່າດອກໝາກຄາຍເພື່ອຕ້ອນຮັບບຸນປີໃໝ່. ພາບ: qdnd.vn.
ໂຕະບູຊາໄດ້ຈັດວາງເຄື່ອງບູຊາເປັນທີ່ຮຽບຮ້ອຍແລ້ວ, ລໍຖ້າຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່. ພາບ: qdnd.vn.
ບັນດາພົນທະຫານຍິງຂອງໂຮງໝໍກາງສະໜາມຂັ້ນສອງ ເລກທີ 1 ພວມຝຶກແອບບັນດາລາຍການສິລະປະຕ້ອນຮັບບຸນປີໃໝ່. ພາບ: qdnd.vn.
ກປ.ອອນໄລ - ໂດຍໄດ້ຮັບການຜັນຂະຫຍາຍເຖິງຄະນະປະຕິບັດງານຮັກສາສັນຕິພາບຂອງສະຫະປະຊາຊາດ ຢູ່ Bentiu, ຊູດັງໃຕ້ (UNMISS) ໃນເດືອນ ຕຸລາ 2018, ໂຮງໝໍກາງສະໜາມຂັ້ນສອງ ເລກທີ 1 ຂອງຫວຽດນາມ ໄດ້ທຳຄວາມລື້ງເຄີຍກັບເງື່ອນໄຂສະຖານທີ່ຕັ້ງທັບ, ຜັນຂະຫຍາຍກໍາລັງ ແລະເຄື່ອງອຸປະກອນ ເພື່ອຮັບໃຊ້ໃຫ້ບັນດາກໍາລັງຮັກສາສັນຕິພາບຂອງ UNMISS ໄດ້ຢ່າງວ່ອງໄວ.
ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກ ແລະຄ້າງຄາວຽກງານຫຼາຍຢ່າງກໍ່ຕາມ, ແຕ່ພະນັກງານ, ແພດໝໍຂອງໂຮງໝໍຍັງຈັດຕັ້ງບັນດາການເຄື່ອນໄຫວຢ່າງເບີກບານມ່ວນຊື່ນໃນຍາມລະດູບານໃໝ່, ຕ້ອນຮັບບຸນປີໃໝ່ປະຈໍາຊາດປີກຸນຢູ່ທີ່ນີ້. ໜັງສືພິມກອງທັບປະຊາຊົນເອເລັກໂຕນິກ ຂໍແນະນຳເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບວຽກງານກະກຽມຕ້ອນຮັບບຸນປີໃໝ່ປະຈໍາຊາດຂອງໂຮງໝໍກາງສະໜາມຂັ້ນສອງເລກທີ 1 ຢູ່ Bentiu.
ໂດຍ: ເຈິ່ນຮວ່ຽນ
Type the code from the image