ລູກເຮືອກໍາປັ່ນເຈື່ອງຊາ 19 ສົມທົບກັນຮັບເຊືອກທີ່ປ່ອຍມາຈາກຮ້ານເວນຍາມ. ພາບ: qdnd.vn.
ຂອງຂວັນ ແລະເຄື່ອງໃຊ້ປະຈໍາເຊິ່ງລູກເຮືອໄດ້ຫຸ້ມຫໍ່ຢ່າງລະມັດລະວັງ. ພາບ: qdnd.vn.
ປ່ອຍສິນຄ້າລົງທະເລ. ພາບ: qdnd.vn.
ພະນັກງານ, ນັກຮົບຕັ້ງໃຈດຶງສິນຄ້າຂຶ້ນຮ້ານເວນຍາມ. ພາບ: qdnd.vn.
ທ່ານພັນເອກພິເສດ ຮວິ່ງຫວີງຕວ໊ຽນ, ຮອງຜູ້ບັນຊາການກອງບັນຊາການທະຫານເຮືອເຂດ 2, ຫົວໜ້າຄະນະປະຕິບັດງານ, ອວຍພອນພະນັກງານ, ນັກຮົບຮ້ານເວນຍາມຜ່ານລະບົບເຄື່ອງໂທລະເລກ. ພາບ: qdnd.vn.
ນັກຂ່າວ ຫງວຽນທິຢູງ (ສະຖານີວິທະຍຸກະຈາຍສຽງ-ໂທລະພາບແຂວງຮ່າຢາງ) ຮ້ອງເພງມອບໃຫ້ພະນັກງານ, ນັກຮົບຜ່ານເຄື່ອງໂທລະເລກ. ພາບ: qdnd.vn.
ສະມາຊິກໃນຄະນະປະຕິບັດງານອໍາລາພະນັກງານ, ນັກຮົບຮ້ານເວນຍາມ. ພາບ: qdnd.vn.
ພະນັກງານກອງບັນຊາການທະຫານເຮືອເຂດ 2 ເຂົ້າຮ່ວມຄະນະປະຕິບັດງານອໍາລາເພື່ອນຮ່ວມກອງກ່ອນທີ່ກໍາປັ່ນຈະອອກເດີນທາງ. ພາບ: qdnd.vn.
ສະມາຊິກໃນຄະນະປະຕິບັດງານໄດ້ເຂົ້າເຖິງຮ້ານເວນຍາມ DK1/10 (ບ໋າຍກ້ານກ່າເມົາ) ດ້ວຍເຮືອກາໂນ. ພາບ: qdnd.vn.
ພະນັກງານຮ້ານເວນຍາມ DK1/10 ນໍາໃຊ້ລະບົບລູກເລື່ອນ ແລະເຊືອກ ເພື່ອນຳສົ່ງບັນດາສະມາຊິກໃນຄະນະປະຕິບັດງານຂຶ້ນໄປຮ້ານເວນຍາມ. ພາບ: qdnd.vn.
ສະມາຊິກໃນຄະນະປະຕິບັດງານມານະພະຍາຍາມເພື່ອຂຶ້ນໄປຮ້ານເວນຍາມ DK1/10. ພາບ: qdnd.vn.
ນັກບັນນາທິການ ເລເຟືອງຢູງ (ສູນກະຈາຍສຽງ-ໂທລະພາບກອງທັບ) ຄວບຄຸມຄວາມຕື້ນຕັນໃຈບໍ່ໄດ້ເມື່ອຂຶ້ນໄປຮ້ານເວນຍາມ DK1/10. ພາບ: qdnd.vn.
ກປ.ອອນໄລ - ໃນຊຸມວັນຕົ້ນປີ 2019, ຄະນະປະຕິບັດງານຂອງກອງບັນຊາການທະຫານເຮືອເຂດ 2 ພ້ອມກັບນັກຂ່າວສື່ມວນຊົນໄດ້ອອກເດີນທາງໄປຢ້ຽມຢາມ, ອວຍພອນບຸນເຕັດພະນັກງານ, ນັກຮົບທີ່ພວມປະຕິບັດໜ້າທີ່ຢູ່ຮ້ານເວນຍາມ DK1 ແລະເມືອງໂກນດ໋າວ, ແຂວງບ່າເຣ້ຍ-ຫວູງເຕົ່າ. ໂດຍໄດ້ຮູ້ວ່າການປະຕິບັດໜ້າທີ່ຢູ່ທະເລ, ໝູ່ເກາະແມ່ນຫຍຸ້ງຍາກ, ລໍາບາກກາກກໍາທີ່ສຸດແຕ່ເມື່ອໄດ້ເຫັນປະຈັກຕາ, ນັກຂ່າວພວກຂ້າພະເຈົ້າ ຍິ່ງຊາບຊຶມໄດ້ບັນດາຄວາມຫຍຸ້ງຍາກລໍາບາກຂອງທະຫານເຮືອຢູ່ເຂດດ່ານໜ້າທີ່ປະເຊີນກັບຄື້ນທະເລ ແລະພາຍຸລົມແດງ. ພວກຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດເມື່ອໄດ້ເຫັນປະຈັກຕາເປັນເທື່ອທຳອິດກ່ຽວກັບບັນດາຂອງຂວັນບຸນເຕັດ, ເຄື່ອງໃຊ້ທີ່ຈໍາເປັນ ເຊິ່ງພໍ່ແມ່ປະຊາຊົນຢູ່ເຂດດິນຕໍ່ແຜ່ນໄດ້ສົ່ງມາໃຫ້ພະນັກງານ, ນັກຮົບດ້ວຍວິທີເອົາເຊືອກມັດປ່ອຍລົງທະເລແລ້ວດຶງຂຶ້ນ. 4 ໃນ 5 ຮ້ານເວນຍາມທີ່ພວກຂ້າພະເຈົ້າໄປ, ຄະນະປະຕິບັດງານພຽງແຕ່ອວຍພອນບຸນເຕັດ ແລະຮ້ອງເພງເປັນຂອງຂວັນມອບໃຫ້ພະນັກງານ, ນັກຮົບຜ່ານເຄື່ອງໂທລະເລກຍ້ອນດິນຟ້າອາກາດຮ້າຍແຮງ, ຄື້ນຟອງໃຫຍ່ລົມແຮງ.
ໂດຍ: ທະນາພອນ
Type the code from the image