ອ່າງນໍ້າ ຟານທ໋ຽດ ແມ່ນກິດຈະກຳສະຖາປັດຕະຍະກໍາທີ່ເປັນເອກະລັກສະເພາະ ແລະມີປະຫວັດສາດພິເສດຂອງນະຄອນທະເລທີ່ມີຊື່ສຽງທາງພາກກາງ. ພາບ: kienthuc.net.vn.
ອ່າງນໍ້າໄດ້ລົງມືກໍ່ສ້າງໃນທ້າຍປີ 1928. ພາບ: kienthuc.net.vn.
ຜູ້ອອກແບບ ອ່າງນໍ້າ ຟານທ໋ຽດ ແມ່ນສະເດັດເຈົ້າ ສຸພານຸວົງ (1909-1995), ອະດີດປະທານປະເທດ ແຫ່ງ ສປປລາວ. ພາບ: kienthuc.net.vn.
ອ່າງນ້ຳ ສູງ 32 ແມັດ, ແບ່ງເປັນ 2 ສ່ວນ. ທາງລຸ່ມເປັນຮູບທໍ່ 8 ລ່ຽມຕີນໃຫຍ່, ທາງເທິງນ້ອຍສູງ 22 ແມັດ, ທາງລຸ່ມມີເສັ້ນຜ່າກາງແມ່ນ 10 ແມັດ. ພາບ: kienthuc.net.vn.
ລຽບຕາມຕີນອ່າງມີປ່ອງຮູບສີ່ແຈສາກປະດັບປະດາດ້ວຍລວດລາຍທີ່ສວຍງາມ. ພາບ: kienthuc.net.vn.
ພາກສວ່ນອ່າງນ້ຳເປັນຮູບແປດລ່ຽມ, ສູງ 5 ແມັດ, ເສັ້ນຜ່າກາງ 9 ແມັດ, ມຸງດ້ວຍດິນຂໍສາມຊັ້ນ. ພາບ: kienthuc.net.vn.
ຈາກຕີນອ່າງ, ມີຂັ້ນໄດທີ່ເຮັດດ້ວຍເຫຼັກກ້າຂຶ້ນໄປຫາອ່າງນໍ້າ. ພາບ: kienthuc.net.vn.
ຜ່ານໄລຍະປະຫວັດສາດມາເປັນເວລາກວ່າ 80 ປີ, ອ່າງນໍ້າ ຟານທ໋ຽດ ໄດ້ກາຍເປັນສັນຍາລັກຂອງນະຄອນຟານທ໋ຽດ. ພ້ອມກັນນັ້ນ, ອ່າງນ້ຳກໍ່ໄດ້ຮັບຖືວ່າແມ່ນພະຍານຫຼັກຖານໃຫ້ສາຍພົວພັນສະໜິດຕິດແໜ້ນຫວຽດນາມ – ລາວ. ພາບ: kienthuc.net.vn.
ກປ.ອອນໄລ - ຜ່ານໄລຍະປະຫວັດສາດມາເປັນເວລາກວ່າ 80 ປີ, ອ່າງນໍ້າ ຟານທ໋ຽດ ໄດ້ກາຍເປັນສັນຍາລັກຂອງນະຄອນຟານທ໋ຽດ. ພ້ອມກັນນັ້ນ, ອ່າງນ້ຳກໍ່ໄດ້ຮັບຖືວ່າແມ່ນພະຍານຫຼັກຖານໃຫ້ສາຍພົວພັນສະໜິດຕິດແໜ້ນຫວຽດນາມ – ລາວ.
ໂດຍ: ເຈິ່ນຮວ່ຽນ
Type the code from the image