ໂດຍໄດ້ຮູ້ຈັກດ້ວຍຊື່ທີ່ວ່າ "Hang Mua Viewpoint" ຫຼື "Mua Caves", ເຂດທ່ອງທ່ຽວເຊິ່ງແຂກຕ່າງປະເທດໄດ້ເວົ້າເຖິງຫຼາຍພໍສົມຄວນຢູ່ໃນສື່ສັງຄົມອອນໄລ ກໍ່ຄື ໃນ blog ສ່ວນຕົວດ້ວຍທິວທັດທີ່ເຕັມໄປດ້ວຍສີສັນຂອງພູຜາປ່າໄມ້ທີ່ສວຍງາມເໝືອນດັ່ງພາບແຕ້ມ. ພາບ: @zak.ge.
ຕາມເທບນິຍາຍແລ້ວ, ເຈົ້າຊີວິດ ເຈິ່ນ ໄດ້ເລືອກເອົາສະຖານທີ່ແຫ່ງນີ້ເປັນບ່ອນກໍ່ສ້າງເຮືອນນ້ອຍ ໄທວີ ແລະມັກມາເບິ່ງບັນດານາງສະໜົມຟ້ອນລໍາທຳເພງເປັນປະຈໍາ. ຊື່ຖໍ້າ ມົ໊ວ ກໍ່ມີຕົ້ນກໍາເນີດມາແຕ່ຕອນນັ້ນ. ພາບ: @hakatanalbayrak.
ຖໍ້າ ມົ໊ວ ຕັ້ງຢູ່ຕີນພູ ມົ໊ວ, ມີຂັ້ນໄດຫີນ 486 ຂັ້ນ. ພາບ: @latin.spirit.
ຈາກຈອມພູ ມົ໊ວ, ພວກເພື່ອນສາມາດມອງເຫັນໄປທົ່ວເຂດຕາມກົກ ດ້ວຍຄວາມສວຍງາມເຊິ່ງແຂກຕ່າງປະເທດຍ້ອງຍໍວ່າສວຍງາມບໍ່ນ້ອຍໜ້າໄປກວ່າບັນດາສະຖານທີ່ຊົມວິວຈາກບ່ອນສູງອື່ນຂອງຫວຽດນາມ ຄື: ກິ່ວ ມ້າປິ່ແລ່ງ (ແຂວງ ຮ່າຢາງ), ລິ່ມມົງ (ແຂວງອຽນບ໋າຍ)... ພາບ: @whereivebeenưandering.
ແຂກທ່ອງທ່ຽວຕ່າງປະເທດຕີລາຄາວ່າຈອມພູ ມົ໊ວ ແມ່ນສະຖານທີ່ເຊວຟີ້ງາມທີ່ສຸດຢູ່ແຂວງນີງບິ່ງ. ພາບ: @viviajandoomundo.
ນີ້ກໍ່ແມ່ນສະຖານທີ່ເພື່ອຊົມທິວທັດທຳມະຊາດຂອງລະດູເຂົ້ານາສຸກເຫຼືອງ. ພາບ: @machajohn.
ຖໍ້າ ມົ໊ວ ຢູ່ບ້ານເຄເດົ້າຮ້າ, ຕາແສງນີງຊວນ, ເມືອງຮວາລື, ແຂວງນີງບິ່ງ. ພາບ: @agirlwhoblooms.
ກປ.ອອນໄລ - ນອກຈາກ ຈ່າງອານ, ຕາມກົກ, ແຂວງນີງບິ່ງແລ້ວ ຍັງມີສະຖານທີ່ທ່ອງທ່ຽວໜຶ່ງອີກທີ່ພວມໄດ້ຮັບຄວາມນິຍົມທີ່ສຸດຢູ່ແຂວງນີງບິ່ງ ນັ້ນແມ່ນຖໍ້າ ມົ໊ວ, ເຊິ່ງໄດ້ດຶງດູດແຂກທ່ອງທ່ຽວສາກົນມາ check-in ເປັນຈຳນວນຫຼວງຫຼາຍ.
ໂດຍ: ຫງວຽນກຸກ
Type the code from the image