ເພື່ອນສາມາດເລີ່ມຕົ້ນການເດີນທາງໄປຢາມບັນດາ “ທະເລ, ເກາະສວຍງາມປຽບເໝືອນແດນສະຫວັນ” ຈາກແຂວງ ກວາງຫງາຍ. ເມືອງຫຼີເຊີນ (ແຂວງ ກວາງຫງາຍ) ດ້ວຍຈອມ ເທີ໋ຍເລີ໋ຍ, ທົ່ງຜັກທຽມທີ່ເປັນເອກະລັກສະເພາະ ຈະແມ່ນສະຖານທີ່ທ່ອງທ່ຽວແຖວໜ້າຢ່າງແນ່ນອນ... ພາບ: vov.vn.
ມາແຂວງ ບີ່ງດີ້ງ, ຢ່າລືມແວ່ຢາມ ກີ່ກໍ – “Maldives Viet Nam”, ຊົມປະກາລັງ... ພາບ: vov.vn.
ຈາກ ບີ່ງດີ້ງ ລົດຈະໄປລຽບຕາມທາງທະເລຢູ່ທິດໃຕ້ພາກກາງທີ່ມີຄວາມຍາວກວ່າ 900 ກິໂລແມັດ ໄປຜ່ານບັນດາຫາດຊາຍທະເລ, ແກ້ງຫີນ, 11 ອ່າວ, 11 ແຫຼມສວຍງາມທີ່ສຸດ. ພາບ: vov.vn.
ບໍ່ສາມາດນັບໄດ້ໝົດບັນດາສະຖານທີ່ທ່ອງທ່ຽວຈັບອົກຈັບໃຈຂອງແຂວງ ຟູ໋ອຽນ: ອ່າວ ຫວູ້ງໂຣ, ດອນເໜືອ... ພາບ: vov.vn.
ນີ້ແມ່ນສະຖານທີ່ທ່ອງທ່ຽວທີ່ແປກປະຫຼາດທີ່ສຸດ. ເປັນຕົ້ນແມ່ນ ແກ້ງ ດ໋າເດ໊ຍ. ພາບ: vov.vn.
ແກ້ງອົງ, ຫາດແຊ໋ບ ດ້ວຍບັນດາຫາດຊາຍທີ່ຍາວຢຽດ. ພາບ: vov.vn.
ແຫຼມດ້ຽນ ບ່ອນທີ່ຄົນຝະລັ່ງໄດ້ຮັບຮອງວ່າເອົາແມ່ນເຂດຕາເວັນອອກສຸດຂອງ ຫວຽດນາມ. ພາບ: vov.vn.
ເມື່ອມາແຂວງ ແຄ໋ງຮວ່າ, ບັນດາຄົນນິຍົມທ່ອງທ່ຽວຄົ້ນຫາເຄີຍແວ່ຢາມເດິ່ມມົນ. ພາບ: vov.vn.
ເສັ້ນທາງຫາດຊາຍທະເລຂາວຈັດຢູ່ແຄມຝັ່ງທະເລທີ່ຂຽວສະອາດ. ພາບ: vov.vn.
ເມື່ອຮູ້ສຶກວ່າເມື່ອຍແລ້ວ, ຈົ່ງພັກຜ່ອນບຳລຸງສຸຂະພາບຢູ່ແຂວງ ຍາຈາງ. ພາບ: vov.vn.
ເສັ້ນທາງຈາກ ກາມແຣງ ໄປນີງທ້ວນ ແມ່ນອ້ອມຮອບປ່າສະຫງວນ ນູ໋ຍຈົ໋ວ, ດ້ວຍທັດສະນີຍະພາບທີ່ສວຍງາມ, ເບື້ອງໜຶ່ງແມ່ນພູຊັນ, ເບື້ອງໜຶ່ງແມ່ນເຫວເລິກ. ພາບ: vov.vn.
ບົນເສັ້ນທາງແມ່ນຖໍ້າຣ໋າຍ-ຫາດຫີນປະກາລັງເກົ່າ. ພາບ: vov.vn.
ແຂວງນີງທ້ວນ ຕ້ອນຮັບນັກທ່ອງທ່ຽວດ້ວຍບັນດາສວນໝາກອາງຸຸ່ນຂຽວອຸ່ມທຸ່ມ. ພາບ: vov.vn.
ນີງທ້ວນ ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທໍາ ຈໍາດ້ວຍບັນດາງານບຸນທີ່ເປັນເອກະລັກສະເພາະ. ພາບ: vov.vn.
ບັນດາທົ່ງເກືອທີ່ຍາວຢຽດເປັນສັນຍານທີ່ບົ່ງບອກວ່າເພື່ອນໄດ້ມາຮອດແຂວງ ນີງທ້ວນ, ຢ່າລືມແວ່ຢາມ ມຸ້ຍແນ໋, ຫາດຫີນ 7 ສີ ໂກແທກ, ພູ ຕ່າກູ໋... ພາບ: vov.vn.
ເມື່ອລົດຢຸດໄວ້ຢູ່ແຂວງ ບ່າເຣ້ຍ-ຫວູງເຕົາ, ການເດີນທາງລຽບຕາມຝັ່ງທະເລທິດໃຕ້ພາກກາງຍາມລະດູຮ້ອນ ຈະສິ້ນສຸດດ້ວຍບັນດາອະນຸສອນຍາກທີ່ຈະຫຼົງລືມໄດ້. ພາບ: vov.vn.
ກປ.ອອນໄລ - ທະເລຂຽວຈັດ, ຫາດຊາຍຂາວລ້ວນ, ແສງແດດເຫຼືອງຍິບຍັບ... ເດືອນ ກໍລະກົດ ຈະແມ່ນເດືອນດີທີ່ສຸດບົນເສັ້ນທາງຄົ້ນຫາທິດໃຕ້ພາກກາງ-ເສັ້ນທາງລຽບຕາມທະເລສວຍງາມທີ່ສຸດຢູ່ຫວຽດນາມ.
ແປໂດຍ: ເຈິ່ນຮວ່ຽນ
Type the code from the image