ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດມີທິວທັດທໍາມະຊາດສວຍງາມຢູ່ອາຊີ, ຕາມ CNN Travel. ບັນຊີລາຍຊື່ສະຖານທີ່ທ່ອງທ່ຽວສວຍງາມທີ່ສຸດຢູ່ທີ່ນີ້ບໍ່ອາດຂາດໄດ້ແມ່ນໍ້າ ທູໂບ່ນ ຢູ່ພາກກາງ. ພາບ: Dael De La Rey.
ໂດຍ ຝະລັ່ງ ອອກແບບ ແລະກໍ່ສ້າງແຕ່ປີ 1901-1911, ໂຮງລະຄອນໃຫຍ່ ຮ່າໂນ້ຍ ໄດ້ກໍ່ສ້າງຕາມກິດຈະກໍາ Palais Garnier ຢູ່ປາຣີ, ປະຈຸບັນແມ່ນກິດຈະກໍາສະຖາປັດຕະຍະກໍາພົ້ນເດັ່ນທີ່ສຸດຂອງນະຄອນຫຼວງ. ພາບ: ເຮືອງຈີ.
ພູພຽງຫີນ ດົ່ງວັນ (ແຂວງ ຮ່າຢາງ) ເປັນສະຖານທີ່ທ່ອງທ່ຽວດຶງດູດນັກທ່ອງທ່ຽວຫຼາຍທີ່ສຸດຍ້ອນຊີວິດການເປັນຢູ່ດ້ານວັດທະນະທໍາບັນດາຊົນເຜົ່າທ້ອງຖິ່ນ, ບັນດາຈອມພູມີອາຍຸນັບ 550 ລ້ານປີ... ພາບ: Alesha Bradford.
ສັງກັດ ແຂວງ ລາວກາຍ, ຊາປາ ເປັນສະຖານທີ່ຈັບອົກຈັບໃຈຂອງນັກທ່ອງທ່ຽວທີ່ນິຍົມການທ່ອງທ່ຽວແບບພະຈົນໄພ, ນິຍົມນ້ຳຕົກຕາດ, ນາຂັ້ນໄດ, ວັດທະນະທໍາທ້ອງຖິ່ນແບບດັ້ງເດີມ... ພາບ: ຮ່ວາງດີງນາມ.
ໂດຍໄດ້ພົບເຫັນປີ 1991, ຖໍ້າ ເຊີນດ່ອງ (ແຂວງ ກວາງບີ່ງ) ດ້ວຍອາຍຸ 3 ລ້ານປີແມ່ນຖໍ້າທີ່ກວ້າງໃຫຍ່ທີ່ສຸດຢູ່ໃນໂລກ. ພາບ: Jarryd Salem.
ເຫວ້ ແມ່ນກຸງເກົ່າຂອງຫວຽດນາມ ໃນສະໄໝລາດຊະວົງ ຫງວຽນ ປະມານກາງທົດສະວັດ 1500 ຮອດປີ 1945 ແລະພິເສດກຸ່ມປູຊະນີຍະສະຖານ ກຸງເກົ່າ ເຫວ້ ໄດ້ຮັບການຮັບຮອງຈາກ UNESCO ວ່າເປັນມໍລະດົກໂລກ. ພາບ: Wakako Iguchi.
ສະຖານທີ່ທ່ອງທ່ຽວນີ້ຂຶ້ນກັບແຂວງ ຟູ໋ອຽນ, ໂດຍຫ່າງຈາກໃຈກາງນະຄອນ ຕຸຍຮວ່າ ປະມານ 40 ກິໂລແມັດ. ພາບ: ຮີ່ງເລວຽ໊ນຢຸຍ.
ໜຶ່ງໃນບັນດານະຄອນຕັ້ງຢູ່ເຂດທົ່ງພຽງແມ່ນໍ້າຂອງສວຍງາມທີ່ສຸດຢູ່ຫວຽດນາມ ແມ່ນເກິ່ນເທີ. ພາບ: Azerai hotel Can Tho.
ດ່າລາດ (ແຂວງ ເລີມດົ່ງ) ແມ່ນນະຄອນ ມີໂນນພູ, ຮ່ອມພູຫຼາຍແຫ່ງ ແລະມີອາກາດເຢັນສະບາຍຕະຫຼອດປີ. ພາບ: ທັ໋ງຕ໋າດຫງວຽນ.
ເກາະ ຟູ໋ກວກ (ແຂວງ ກຽນຢາງ) ດ້ວຍບັນດາຫາດຊາຍທະເລຂາວກ້ຽງ, ມີເຂດພັກຜ່ອນບໍາລຸງສຸຂະພາບໃໝ່ສວຍງາມຫຼາຍແຫ່ງ...
ກປ.ອອນໄລ - ແມ່ນໍ້າ ທູໂບ່ນ, ໂຮງລະຄອນໃຫຍ່ ຮ່າໂນ້ຍ, ຖໍ້າ ເຊີນດ່ອງ... ໄດ້ຮັບການຄັດເລືອກເປັນສະຖານທີ່ທ່ອງທ່ຽວສວຍງາມທີ່ສຸດຢູ່ ຫວຽດນາມ ຈາກເວັບໄຊທ່ອງທ່ຽວຂອງ CNN.
ແປໂດຍ: ເຈິ່ນຮວ່ຽນ
Type the code from the image