ຍາຈາງ ແມ່ນນະຄອນມີຫາດຊາຍທະເລສວຍງາມຫຼາຍແຫ່ງນັບບໍ່ຖ້ວນ. ໃນນັ້ນ, ຫາດຊາຍທະເລທີ່ຢູ່ລຽບຕາມທາງ ເຈິ່ນຝູ ແມ່ນຍາວ ແລະສວຍງາມທີ່ສຸດດ້ວຍໂຮງແຮມ, ເຂດພັກຜ່ອນບຳລຸງສຸຂະພາບ, ພັດຕະຄານຫຼາຍທີ່ສຸດພ້ອມກັບບັນດາການເຄື່ອນໄຫວຢ່າງຟົດຟື້ນໃນຕອນຄືນ. ພາບ: vnexpress.net.
ເກາະ ຝູກວ໋ກ ແມ່ນສະຖານທີ່ແຫ່ງໜຶ່ງຂອງຫວຽດນາມ ທີ່ມີຊື່ສຽງກ່ຽວກັບບັນດາຫາດຊາຍທະເລ ແລະທິວທັດທຳມະຊາດ. ພາບ: vnexpress.net.
Destin ສ້າງຄວາມປະທັບໃຈກັບແຂກທ່ອງທ່ຽວດ້ວຍຫາດຊາຍທະເລຂາວ. ພາບ: vnexpress.net.
Clearwater ຕັ້ງຢູ່ເຂດອ່າວ Tampa ຂອງລັດ Florida, ເຊິ່ງແມ່ນສະຖານທີ່ໃຫ້ແຂກທ່ອງທ່ຽວລົງເຮືອ, ເຂົ້າຮ່ວມບັນດາການລະຫຼິ້ນຢູ່ຫາດຊາຍທະເລ ຫຼື ພັກຜ່ອນຢ່ອນອາລົມຢູ່ຫາດຊາຍທະເລ. ພາບ: vnexpress.net.
ຫາດຊາຍທະເລ Orange ແມ່ນຈຸດນັດພົບທີ່ເໝາະສົມກັບບັນດາຄອບຄົວຍ້ອນວ່າມີໂຮງແຮມລາຄາຖືກຫຼາຍແຫ່ງດ້ວຍບັນຍາກາດສະບາຍໃຈ ແລະບັນດາຫາດຊາຍທະເລຂາວ. ພາບ: vnexpress.net.
ເກາະ ກິນລ້ຽງ Mykonos ແມ່ນສະຖານທີ່ເຊິ່ງແຂກທ່ອງທ່ຽວສາມາດໄປຮ້ອງລຳທຳເພງ, ກິນດຶ່ມສອດແຈ້ງ ແລະນອນຕາກອາກາດພັກຜ່ອນຢ່ອນອາລົມຢູ່ຫາດຊາຍທະເລໝົດມື້ກໍ່ໄດ້. ພາບ: vnexpress.net.
ເຖິງວ່າບໍ່ແມ່ນຫາດຊາຍທະເລໃດໜຶ່ງຢູ່ Los Cabos ແຕ່ວ່າແຂກທ່ອງທ່ຽວກໍ່ສາມາດລອຍນ້ຳ, ຫາດຊາຍທະເລ Palmilla ແມ່ນກໍລະນີສະເພາະ. ພາບ: vnexpress.net.
Hyams ໄດ້ຮັບການຂະໜານນາມວ່າແມ່ນ “ຫາດຊາຍທະເລທີ່ມີຫາດຊາຍຂາວທີ່ສຸດຢູ່ໃນໂລກ” ເຄີຍໄດ້ຮັບການຮັບຮອງຈາກສະຖິຕິ Guinness ໂລກ. ພາບ: vnexpress.net.
Hopkins Village, Hopkins, ເບລິດ ນີ້ແມ່ນຫາດຊາຍທະເລທີ່ສະຫງົບງຽບຍາວເຖິງ 8 km ແລະມີພັດຕະຄານ, ໂຮງແຮມ, ເຮືອນວິລາຕັ້ງຢູ່ລຽບຕາມຫາດຊາຍທະເລຂາວຫຼາຍແຫ່ງທີ່ສຸດ. ພາບ: vnexpress.net.
Shoal Bay ແມ່ນຫາດຊາຍທະເລ ສັງກັດ Angulla - ເຊິ່ງແມ່ນເຂດນ້ຳແດນດິນທີ່ຢູ່ນອກປະເທດລາຊະອານາຈັກ ອັງກິດ ແຕ່ຂຶ້ນກັບເຂດທະເລ Caribe. ພາບ: vnexpress.net.
ກປ.ອອນໄລ - ທະເລ ເຈິ່ນຝູ, ຍາຈາງ ແລະທະເລ ບາຍຢ່າຍ, ຝູກວ໋ກ ແມ່ນ 2 ໃນຈຳນວນ 50 ຫາດຊາຍທະເລທີ່ມີຫາດຊາຍຂາວ, ກ້ຽງສວຍງາມທີ່ສຸດຢູ່ໃນໂລກໂດຍ USNews ເລືອກເຟັ້ນ.
ແປໂດຍ: ທູຮັ່ງ
Type the code from the image