ເຖິງວ່າວິທີເຮັດເຂົ້າໜົມຕາມແບບມູນເຊື້ອ ຮຽກຮ້ອງຕ້ອງມີກຳລັງເຫື່ອແຮງ, ຄວາມລະອຽດລະອໍ, ແຕ່ແມ່ເຖົ້າ ໄບ໊ມວນ ຍັງຄົງຕິດພັນກັບວຽກງານນີ້ນັບເປັນສິບໆປີຜ່ານມາ. ພາບ: baotintuc.vn.
ບັນດາຂັ້ນຕອນໃນການເຮັດເຂົ້າໜົມ ແມ່ເຖົ້າລ້ວນແຕ່ເຮັດດ້ວຍມື, ນັບທັງຂັ້ນຕອນບົດແປ້ງ. ພາບ: baotintuc.vn.
ແມ່ເຖົ້າ ໄບ໊ມວນ ແບ່ງປັນວ່າ: “ເຮັດເຂົ້າໜົມພື້ນເມືອງສົມທົບກັບເລື່ອງເຮັດການທ່ອງທ່ຽວ, ນອກຈາກເພື່ອເປັນການເພີ່ມລາຍຮັບຕື່ມອີກແລ້ວ, ຍັງແມ່ນວີທີການ ເພື່ອໃຫ້ຂ້າພະເຈົ້າຮັກສາອາຊີບທີ່ເປັນມູນເຊື້ອໄວ້”. ພາບ: baotintuc.vn.
ແຂກທ່ອງທ່ຽວເຂົ້າຮ່ວມການເຮັດເຂົ້າໜົມດ້ວຍມືຂອງຕົນເອງພາຍໃຕ້ການແນະນໍາຂອງແມ່ເຖົ້າ ໄບ໊ມວນ. ພາບ: baotintuc.vn.
ແມ່ເຖົ້າ ໄບ໊ມວນ ສາມາດເຮັດເຂົ້າໜົມພື້ນເມືອງຂອງພາກໃຕ້ກວ່າ 50 ປະເພດທີ່ແຕກຕ່າງກັນ. ພາບ: baotintuc.vn.
ນັບແຕ່ປີ 2016, ແມ່ເຖົ້າ ໄບ໊ມວນ ພ້ອມກັບ 17 ຄອບຄົວຢູ່ ໂກ່ນເຊີນ ໄດ້ສົມທົບກັນເຮັດການທ່ອງທ່ຽວປະຊາຄົມ. ພາບ: baotintuc.vn.
ແຂກທ່ອງທ່ຽວເມື່ອມາ ໂກ່ນເຊີນ ຕາມປົກກະຕິແລ້ວຈະແວ່ຢ້ຽມຢາມເຮືອນຂອງແມ່ເຖົ້າ ໄບ໊ມວນ ເພື່ອຮັບປະທານເຂົ້າໜົມພື້ນເມືອງປະເພດຕ່າງໆຂອງພາກໃຕ້. ພາບ: baotintuc.vn.
ເຂົ້າໜົມປະເພດຕ່າງໂດຍແມ່ເຖົ້າ ໄບ໊ມວນ ເຮັດນັ້ນທັງແຊບ ແລະທັງເຕັມໄປດ້ວຍລົດຊາດດັ້ງເດີມຂອງດິນແດນພາກໃຕ້. ພາບ: baotintuc.vn.
ພາຍຫຼັງເຮັດການທ່ອງທ່ຽວປະຊາຄົມມາເປັນເວລາ 2 ປີ, ດ້ວຍຄວາມເມົາມົວ ແລະຄວາມດຸໝັ່ນຂະຫຍັນພຽນໄດ້ຊ່ວຍໃຫ້ແມ່ເຖົ້າ ໄບ໊ມວນ ມີຊື່ສຽງຢູ່ບັນດາງານບຸນເຂົ້າໜົມພື້ນເມືອງພາກໃຕ້. ພາບ: baotintuc.vn.
ເຮືອນຂອງແມ່ເຖົ້າ ໄບ໊ມວນ ແມ່ນສະຖານທີ່ແນະນໍາເຂົ້າໜົມພື້ນເມືອງປະເພດຕ່າງໆຂອງແມ່ເຖົ້າ ເຖິງແຂກທ່ອງທ່ຽວເມື່ອຢ້ຽມຢາມ ໂກ່ນເຊີນ. ພາບ: baotintuc.vn.
ກປ.ອອນໄລ - ໂດຍມີປະສົບການໃນການເຮັດເຂົ້າໜົມພື້ນເມືອງປະເພດຕ່າງໆຂອງພາກໃຕ້ກວ່າ 40 ປີ, ແມ່ເຖົ້າ ໄບ໊ມວນ (ອາຍຸ 53 ປີ, ຢູ່ໂກ່ນເຊີນ, ເມືອງບີ່ງຖຸຍ, ນະຄອນ ເກິ່ນເທີ) ຮູ້ຈັກວິທີເຮັດເຂົ້າໜົມ 50 ປະເພດທີ່ແຕກຕ່າງກັນ. ບັນດາປະເພດເຂົ້າໜົມແບບບ້ານນາຂອງແມ່ເຖົ້າ ຍັງຮັກສາໄດ້ລົດຊາດ ແລະວິທີການປຸງແຕ່ງທີ່ເປັນມູນເຊື້ອ.
ນັບແຕ່ເມື່ອການທ່ອງທ່ຽວປະຊາຄົມຢູ່ ໂກ່ນເຊີນ ໄດ້ຮັບການພັດທະນາ, ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດຮູ້ໄດ້ຮູ້ຈັກເຂົ້າໜົມປະເພດຕ່າງໆຂອງແມ່ເຖົ້າ ຫຼາຍກວ່າເກົ່າ.
ແປໂດຍ: ກວຽດເຕີມ
Type the code from the image