ໜອງ Laguna Colorada, ໂບລີເວຍ: ຕາມເລື່ອງລາວທີ່ເລົ່າຂານກັນມາວ່ານໍ້າສີແດງຂອງໜອງແມ່ນເລືອດຂອງເທວະດາຟ້າແຖນ, ແຕ່ຄວາມເປັນຈິງ, ສີດັ່ງກ່າວໂດຍໄຄຫີນແດງສ້າງຂຶ້ນ. ພາບ: Cntraveler.
ໜອງ Bled, Slovenia: ດ້ວຍນໍ້າສີຂຽວໃບໄມ້, ປິ່ນໜ້າໄປສູ່ສາຍພູ Bled, Slovenia ແລະໂບດທີ່ງາມຫຼູຫຼາເທິງເກາະ, ໜອງ Bled ແມ່ນໜຶ່ງໃນບັນດາສະຖານທີ່ມີຊື່ສຽງ ທີ່ສຸດຂອງ Slovenia ຢ່າງແນ່ນອນ. ພາບ: Cntraveler.
ໜອງ Nakuru, Kenya: ໂດຍນອນຢູ່ຮ່ອມພູ Rift, ໜອງ Nakuru ມີຊື່ສຽງເປັນບ່ອນຫາກິນຂອງສັດປະເພດຕ່າງໆຄື: ສິງ, ເສືອດາວ, ໂອງ... ພາບ: Cntraveler.
ໜອງ Minnewanka, ການາດາ: ສວນສາທາລະນະແຫ່ງຊາດ Baff ມີໜອງສວຍງາມຫຼາຍແຫ່ງ, ແຕ່ດ້ວຍທັດສະນີຍະພາບທໍາມະຊາດທີ່ໃຫຍ່ໂຕມະໂຫຖານຂອງໜອງ Minnewanka ນັ້ນມັນໄດ້ກາຍເປັນໜອງທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ. ພາບ: Cntraveler.
ໜອງ Como, ອີຕາລີ: ເພັດຂອງເຂດ Lombardy ແມ່ນສະຖານທີ່ທ່ອງທ່ຽວທີ່ຈັບອົກຈັບໃຈໃນລະດູແລ້ງແຕ່ສະໄໝໂຣມັນບູຮານ. ແຕ່ປັດຈຸບັນ, ໜອງ Como ຍັງຮັກສາຄວາມງາມແບບທໍາມະຊາດໄວ້ຄືເກົ່າ. ພາບ: Cntraveler.
ໜອງ Crater, Oregon, ອາເມລິກາ: ໜອງ Crater ແມ່ນໜອງເລິກທີ່ສຸດຂອງ ອາເມລິກາ, ມັນໄດ້ຮັບການສ້າງຂຶ້ນຈາກນໍ້າກ້າມລະລາຍ ແລະຝົນຕົກ. ສະນັ້ນ, ໜອງ Crater ມີສີຟ້າສ່ອງໃສ. ພາບ: Cntraveler.
ໜອງໄຕ, Hangzhou, ຈີນ: ໜອງໄຕ ແລະບໍລິເວນ ອ້ອມຂ້າງໄດ້ຮັບການຮັບຮອງຈາກອົງການຢູແນສໂກ ວ່າເປັນມໍລະດົກດ້ານວັດທະນະທໍາຂອງໂລກໃນປີ 2011. ພາບ: Cntraveler.
ໜອງ Loch Duich, Scotland: ນອນຢູ່ເຂດພູພຽງໃກ້ກັບຝັ່ງທະເລທາງຕາເວັນຕົກ ຂອງ Scotland, ໜອງ Loch Duich ໄດ້ຮັບຄວາມຮູ້ຈັກຫຼາຍທີ່ສຸດເມື່ອມັນເປັນສ່ວນໜຶ່ງໃນທັດສະນີຍະພາບທີ່ສວຍງາມຂອງຫໍຜາສາດ Eilean Donan ເຊິ່ງໄດ້ຮັບການກໍ່ສ້າງແຕ່ສະຕະວັດທີ 13. ພາບ: Cntraveler.
ໜອງ Plitvice, Croatia: ໜອງມີຊື່ສຽງແຫ່ງນີ້ນອນຢູ່ໃນສວນສາທາລະນະແຫ່ງຊາດ Plitvice, ຖືກເຊື່ອມຕໍ່ດ້ວຍບັນດານໍ້າຕົກຕາດ ແລະປ່ຽນແປງດ້ວຍສີຂຽວທີ່ແຕກຕ່າງກັນສ້າງຈິດສຳນຶກໃຫ້ບັນດານັກທ່ອງທ່ຽວ. ພາບ: Cntraveler.
ທະເລຕາຍ, ອິດສະຣາແອນ: ຄວາມເປັນຈິງທະເລຕາຍເປັນໜອງເກືອດ້ວຍປ່າຄໍ້ ແລະສ້າງເປັນເກືອ erpentine ສີຂາວ. ປະລິມານເກືອສູງເຮັດໃຫ້ການລອຍນໍ້າພົບກັບຄວາມຫຍຸ້ງຍາກແຕ່ຊໍ້າພັດຟູຂຶ້ນງ່າຍທີ່ສຸດ. ພາບ: Cntraveler.
ໜອງ Titicaca, ເປຣູ ແລະໂບລີເວຍ: ນີ້ແມ່ນໜອງໃຫຍ່ທີ່ສຸດຢູ່ທະວີບອາເມລິກາໃຕ້, ໜອງ Titicaca ມີນໍ້າສີຂຽວຍິບຍັບ, ບັນດາໝູ່ບ້ານທີ່ສວຍງາມ ແລະບັນດາຈອມພູຖືກປົກຄຸມໄປດ້ວຍຫິມະຕົກ. ພາບ: Cntraveler.
ໜອງ Baikal, Siberia, ລັດເຊຍ: ໜອງ Baikal ເປັນໜອງທີ່ມີມາແຕ່ດົນນານທີ່ສຸດ ແລະເລິກທີ່ສຸດໃນໂລກ, ຢູ່ບາງບ່ອນມີຄວາມເລິກເຖິງ 1,6 ກິໂລແມັດ. ໃນລະດູໜາວ, ໜອງກາຍເປັນແດນສະຫວັນດ້ວຍບັນດາຖໍ້ານໍ້າກ້າມໃຫຍ່ນ້ອຍຢູ່ອ້ອມເຂດຫຼິ້ນສະກີກວ້າງທີ່ສຸດໃນໂລກ. ພາບ: Cntraveler.
ໜອງ Superior, Michigan, ອາເມລິກາ: ໜອງ Superior ກວ້າງເຖິງຂະໜາດເພື່ອນສາມາດຮູ້ສຶກມັນປຽບເໝືອນມະຫາສະໝຸດ. ຊໍ້າບໍ່ໜໍາໜອງນີ້ຍັງມີບັນດາຫາດຊາຍທະເລ, ເກາະທະເລ... ພາບ: Cntraveler.
ໜອງ Atitlán, Guatemala: ອ້ອມຮອບດ້ວຍພູເຂົາໄຟ ແລະໝູ່ບ້ານຂອງຊາວ Mayan, ໜອງນໍ້າທີ່ສະຫງົບງຽບນີ້ແມ່ນສະຖານທີ່ທີ່ຄວນແວ່ຢາມໃນການທ່ອງທ່ຽວ ອາເມລິກາກາງ. ພາບ: Cntraveler.
ໜອງ Derwentwater ອັງກິດ: ນອນຢູ່ທິດເໜືອຂອງສວນສາທາລະນະແຫ່ງຊາດ , ປະເທດ ອັງກິດ, ໜອງ Derwentwate ຖືກອ້ອມຮອບດ້ວຍບັນດາໂນນພູ ແລະທາງຍ່າງທີ່ສວຍງາມ. ພາບ: Cntraveler.
ກປ.ອອນໄລ - ບັນດາໜອງນີ້ຈະເຮັດໃຫ້ເພື່ອນສາມາດຫຼົງລື່ມບັນດາຫາດຊາຍທະເລອັນກວ້າງໃຫຍ່ໄພສານ.
ແປໂດຍ: ຮວ່າງເຈື່ອງ
Type the code from the image