ເດືອນ ເມສາ ວຽນມາຢູ່ຕາມຖະໜົນຮ່ອມທາງຕ່າງໆຢູ່ ຮ່າໂນ້ຍ ເຕັມໄປດ້ວຍສີຂາວລ້ວນຂອງດອກເຂືອບ້າ. ພາບ: ຕວານຫວູ.
ຢູ່ ຮ່າໂນ້ຍ, ດອກເຂືອບ້າ ຖືກວາງຂາຍຫຼາຍກວ່າໝູ່ຢູ່ຖະໜົນ ຟານດິງຟຸ່ງ, ກິມມ໊າ, ລາງຫ້າ... ບັນດາດອກໄມ້ຂາວລ້ວນນີ້ຖືກມັດເປັນມັດໃຫຍ່ ແລະເລາະຂາຍຢູ່ຕາມຖະໜົນຫົນທາງສ້າງເປັນຈຸດທີ່ເປັນເອກະລັກສະເພາະໃຫ້ ຮ່າໂນ້ຍ. ພາບ: ຕວານຫວູ.
ປີນີ້ດິນຟ້າອາກາດບໍ່ເປັນປົກກະຕິ, ສະນັ້ນດອກເຂືອບ້າກໍ່ນ້ອຍກວ່າເມື່ອທຽບໃສ່ທຸກປີ. ລາຄາດອກເຂືອບ້າແມ່ນປະມານ 40.000-60.000 ດົ່ງ/ມັດ. ພາບ: ຕວານຫວູ.
ດອກໄມ້ຕົ້ນລະດູບໍ່ງາມປານໃດແຕ່ຍັງມີຫຼາຍຄົນມາຊື້. ພາບ: ຕວານຫວູ.
ລະດູດອກເຂືອບ້າແມ່ນເລີ່ມຕົ້ນແຕ່ທ້າຍເດືອນ ມີນາ ແລະແກ່ຍາວໝົດເດືອນເມສາ. ພາບ: ຕວານຫວູ.
ຢູ່ ຮ່າໂນ້ຍ, ດອກເຂືອບ້າ ໄດ້ປູກຫຼາຍຢູ່ບ້ານ ໄຕຕືວ, ກວາງບາ ເພື່ອໃຫ້ດອກໄມ້ບານໃນເດືອນເມສາ, ຜູ້ປູກຕົ້ນໄມ້ຕ້ອງປູກຫົວດອກເຂືອບ້າແຕ່ເດືອນ ກັນຍາ, ຕຸລາປີກ່ອນ. ພາບ: ຕວານຫວູ.
ດອກເຂືອບ້າໄດ້ຮັບຄວາມນິຍົມຍ້ອນການບົວລະບັດງ່າຍ, ຫົວດອກເຂືອບ້າມີລາຄາຖືກ ແລະສາມາດປູກຄືນໄດ້. ຖ້າໄດ້ຮັບການບົວລະບັດໄດ້ດີ, ດອກເຂືອບ້າຫົວໜຶ່ງສາມາດເກີດດອກໄດ້ 15-16 ດວງ. ພາບ: ຕວານຫວູ.
ຜູ້ຂາຍດອກເຂືອບ້າຜູ້ໜຶ່ງໃຫ້ຮູ້ວ່າ, ເວລານີ້ດອກເຂືອບ້າຖືກວາງຂາຍສ່ວນຫຼາຍແມ່ນດອກເຂືອບ້າແນວພັນຫວຽດນາມ, ສະນັ້ນດອກກໍ່ນ້ອຍກວ່າດອກເຂືອບ້າແນວພັນຕ່າງປະເທດ, ແຕ່ພັດມີກິ່ນຫອມກວ່າ. ພາບ: ຕວານຫວູ.
ດອກເຂືອບ້າຕ້ອງຫົດນໍ້າຕະຫຼອດ ເພື່ອບໍ່ໃຫ້ຫ່ຽວໄປ. ພາບ: ຕວານຫວູ.
ບັນດາຫາບດອກເຂືອບ້າມີສີຂາວລ້ວນໄດ້ສ້າງເປັນຈຸດທີ່ເປັນເອກະລັກສະເພາະໃຫ້ເດືອນ ເມສາ ຢູ່ ຮ່າໂນ້ຍ. ພາບ: ຕວານຫວູ.
ຈຸດເວລານີ້, ຜູ້ມັກດອກເຂືອບ້າຫຼາຍຄົນກໍ່ຍາດເວລາ ເພື່ອຖ່າຍຮູບເປັນທີ່ລະນຶກຈຸດເວລາທີ່ສວຍງາມນີ້. ພາບ: ຕວານຫວູ.
ກປ.ອອນໄລ - ຢູ່ຮ່າໂນ້ຍ, ດອກເຂືອບ້າຖືກວາງຂາຍຫຼາຍກວ່າໝູ່ຢູ່ບັນດາຖະໜົນ ຟານດິງຟຸ່ງ, ກິມມ໊າ, ລາງຫ້າ... ບັນດາດອກໄມ້ຂາວລ້ວນທີ່ສົ່ງກິ່ນຫອມຫວນໄປທົ່ວ, ອັນໄດ້ກາຍເປັນຈຸດທີ່ເປັນເອກະລັກສະເພາະຂອງນະຄອນ ຮ່າໂນ້ຍ ໃນໂອກາດເດືອນ ເມສາ ວຽນມາ.
ແປໂດຍ: ເກື່ອງດັ້ງ
Type the code from the image