ເດືອນ ມີນາ, ຢູ່ຖະໜົນຕ່າງສາຍຂອງນະຄອນຫຼວງໄດ້ຮັບການປະດັບປະດາດ້ວຍສີຂາວບໍລິສຸດຂອງຕົ້ນ Dalbergia tonkinensis. ພາບ: cand.com.vn
ເມື່ອມີຝົນຝອຍ, ກໍ່ແມ່ນໄລຍະເວລາທີ່ດອກ Dalbergia tonkinensis ເລີ່ມຕົ້ນບານສະພັ່ງ, ອວດອ້າງສີຂາວບໍລິສຸດທີ່ສວຍງາມ. ພາບ: cand.com.vn
ດອກ Dalbergia tonkinensis ອອກເປັນພົ້ວໃຫຍ່. ຕົ້ນ Dalbergia tonkinensis ມີຫຼາຍກວ່າໝູ່ຢູ່ຖະໜົນ ຟານດິ່ງຟູງ, ຮວ່າງຮວາຖ່າມ... ພາບ: cand.com.vn
ປີນີ້, ດອກ Dalbergia tonkinensis ບານອອກຢ່າງສວຍງາມຜິດປົກກະຕິ, ດ້ວຍສີຂາວປຽບເໝືອນຫິມະຕົກ, ປົກຄຸມໄປທົ່ວຖະໜົນສາຍຕ່າງໆໃນນະຄອນຫຼວງ ຮ່າໂນ້ຍ. ພາບ: cand.com.vn
ດອກ Dalbergia tonkinensis ສວຍງາມແຕ່ເວລາບານອອກພັດສັ້ນ, ດອກ Dalbergia tonkinensis ບານໄວ ແຕ່ກໍ່ຮ່ວງໂຮຍໄວ. ພາບ: cand.com.vn
ເມື່ອດອກ Dalbergia tonkinensis ຮ່ວງໂຮຍສີຂາວຂອງ Dalbergia tonkinensis ສາມາດປົກຄຸມໄປທົ່ວຖະໜົນຄ້າຍຄືຖະໜົນຍາມຫິມະຕົກ... ພາບ: cand.com.vn
ບັນດາງ່າດອກ Dalbergia tonkinensis ອວດອ້າງສີສັນໃນສາຍລົມຍາມລະດູບານໃໝ່. ພາບ: cand.com.vn.
ຄວາມສວຍງາມຂອງດອກ Dalbergia tonkinensis ໄດ້ສ້າງຄວາມດຶງດູດຊາວນະຄອນຫຼວງ ຮ່າໂນ້ຍ ເປັນຈໍານວນຫຼວງຫຼາຍ. ພາບ: cand.com.vn.
ຕົ້ນ Dalbergia tonkinensis ພວມບານສະພັ່ງບົນຖະໜົນ ຟານດິ່ງຟູງ, ຮ່າໂນ້ຍ. ພາບ: cand.com.vn
ອາດເວົ້າໄດ້ວ່າ ດອກ Dalbergia tonkinensis ແມ່ນໜຶ່ງໃນບັນດາສິ່ງທີ່ສ້າງເປັນທັດສະນີຍະພາບພິເສດສະເພາະໃຫ້ແກ່ຮ່າໂນ້ຍ. ພາບ: cand.com.vn
ກປ.ອອນໄລ - ເດືອນ ມີນາ ວຽມມາ, ກໍ່ແມ່ນໂອກາດທີ່ດອກ Dalbergia tonkinensis ບານສະພັ່ງ. ສີຂາວຂອງດອກ Dalbergia tonkinensis ເຮັດໃຫ້ນະຄອນຫຼວງມີຄວາມສະຫງົບງຽບ ແລະອ່ອນໂຍນແປກປະຫຼາດ.
ແປໂດຍ: ຈາງຫງວຽນ
Type the code from the image