ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ Viettel ແມ່ນຜູ້ຕາງໜ້າຫວຽດນາມ ໜຶ່ງດຽວ ທີ່ໄດ້ຈັດຕັ້ງຮ້ານວາງສະແດງຢູ່ MWC 2018.
ຕາມຜູ້ຕາງໜ້າຂອງ Viette ແລ້ວ, ຮູບພາບກຸບຫວຽດນາມ ແມ່ນສະແດງໃຫ້ເຫັນຍຸດທະສາດພັດທະນາຂອງ Viettel ເວົ້າສະເພາະ ແລະຫວຽດນາມ ເວົ້າລວມ.
ຮ້ານວາງສະແດງຂອງ Viettel ໄດ້ສ້າງແນວຄິດມາຈາກກຸບຫວຽດນາມ ແລະມີຄວາມໂດດເດັ່ນຢູ່ງານວາງສະແດງ.
ທ່ານ ຟ້າມຮົ່ງຫາຍ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ຢ້ຽມຊົມຮ້ານວາງສະແດງຜະລິດຕະພັນເຕັກໂນໂລຢີຂອງ Viettel ຢູ່ MWC 2018.
ເມື່ອຢ້ຽມຊົມ ຮ້ານວາງສະແດງຂອງ Viettel ຢູ່ MWC 2018, ທ່ານ ທັນສະໄໝ ກົມມະສິດ, ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານລາວ ເຊື່ອໝັ້ນວ່າ ການຮ່ວມມືຂອງ Viettel ຢູ່ລາວ ຈະປະກອບສ່ວນເຂົ້າໃນການພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານ, ເສດຖະກິດສອງປະເທດ.
ຄູ່ຮ່ວມມື, ສື່ມວນຊົນສາກົນເປັນຈໍານວນຫຼວງຫຼາຍ ມາຢ້ຽມຊົມຮ້ານວາງສະແດງຂອງ Viettel.
Viettel ນໍາມາໃຫ້ MWC 2018 ບັນດາມາດຕະການເຕັກໂນໂລຢີໃໝ່ຫຼ້າສຸດ.
ນີ້ແມ່ນກາລະໂອກາດເພື່ອໃຫ້ Viettel ພົບປະ, ແລກປ່ຽນກັບບັນດາຄູ່ຮ່ວມມືສາກົນ.
ບັນດາຄູ່ຮ່ວມມືມີຄວາມສົນໃຈຕໍ່ບັນດາມາດຕະການເຕັກໂນໂລຢີຂອງ Viettel.
ເຂົ້າຮ່ວມນໍາໃຊ້ບັນດາຜະລິດຕະພັນເຕັກໂນໂລຢີຂອງ Viettel ຢູ່ກອງປະຊຸມ.
ທ່ານ ຕ່າວດຶກຖັ໋ງ - ຮອງຜູ້ອໍານວຍການໃຫຍ່ Viettel ແລກປ່ຽນຄໍາຄິດເຫັນ ກັບບັນດາຄູ່ຮ່ວມມືສາກົນ.
ທີ່ກອງປະຊຸມ, Viettel ປາດຖະໜາຢາກນໍາມາເຊິ່ງມູມມອງທີ່ແຕກຕ່າງກ່ຽວກັບການປະຕິວັດອຸດສາຫະກໍາ 4.0
ສື່ມວນຊົນສາກົນ ຖືກດຶງດູດ ຍ້ອນຮູບພາບກຸບຫວຽດນາມ, ຊຸດເສື້ອຍາວ ແລະວິທີການຈັດວາງໃນຮ້ານວາງສະແດງຂອງ Viettel.
ກປ.ອອນໄລ - ນີ້ແມ່ນຄັ້ງທີສີ່ ທີ່ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ Viettel ມີໜ້າຢູ່ເຫດການປະຈໍາປີໃຫຍ່ທີ່ສຸດຂອງຂະແໜງໂທລະສັບມືຖືໂລກ. ທີ່ກອງປະຊຸມໂທລະສັບມືຖືໂລກ ປີ 2018 (MWC 2018), Viettel ໄດ້ແນະນໍາ 8 ຜະລິດຕະພັນ, ບໍລິການທີ່ພົ້ນເດັ່ນໂດຍ Viettel ຄົ້ນຄວ້າພັດທະນາເອງໃນຫຼາຍຂົງເຂດ (ການສຶກສາ, Mobile Finance, ຄວາມປອດໄພທາງອິນເຕີແນັດ, ການທ່ອງທ່ຽວ, ບັນດາມາດຕະການປົກປອ້ງຜູ້ຊົມໃຊ້...) ເຊິ່ງໄດ້ຜັນຂະຫຍາຍສໍາເລັດ ຢູ່ຫວຽດນາມ ແລະ ຕະຫຼາດສາກົນຫຼາຍແຫ່ງ.
ຕາມທ່ານ ຕ່າວດຶກຖັ໋ງ, ຮອງຜູ້ອໍານວຍການໃຫຍ່ Viettel ແລ້ວ: “ເມື່ອນໍາເອົາບັນດາຜະລິດຕະພັນ, ມາດຕະການແກ້ໄຂຂອງຕົນເຖິງ MWC 2018, ພວກຂ້າພະເຈົ້າ ປາດຖະໜາຢາກນໍາມາເຊິ່ງມູມມອງທີ່ແຕກຕ່າງ ກ່ຽວກັບການປະຕິວັດອຸດສາຫະກໍາ 4.0. ນັ້ນແມ່ນສໍາລັບ Viettel, ສິ່ງໃດກໍ່ສາມາດເກີດຂຶ້ນໄດ້, ສິ່ງໃດກໍ່ສາມາດປະດິດສ້າງຂຶ້ນ. Viettel ຖືວ່າໃນການປະຕິວັດ 4.0, ຫວຽດນາມ ອາດສາມາດສາ້ງບັນດາຜະລິດຕະພັນເຕັກໂນໂລຢີແກ່ງແຍ້ງກັບໂລກໄດ້ ຍ້ອນມີການຄົ້ນຄວ້າຈາກບັນດາຄວາມຕ້ອງການຂອງຊີວິດ ແລະເມື່ອແກ້ໄຂເປັນຢ່າງດີຢູ່ຫວຽດນາມ, ພວກເຮົາ ສາມາດມີຄວາມເຊື່ອໝັ້ນຕົນເອງ ສະເໜີຕໍ່ໂລກ”. ໜັງສືພິມກອງທັບປະຊາຊົນຫວຽດນາມ ອອນໄລ ຂໍແນະນໍາເຖິງເພື່ອນຜູ້ອ່ານພາບຖ່າຍຈໍານວນໜຶ່ງຂອງ Viettel ຢູ່ງານວາງສະແດງ.
ແປໂດຍ: ກວຽດເຕີມ
Type the code from the image