ເມື່ອມາຢ້ຽມຢາມ ຊາປາ ໃນຊຸມວັນຕົ້ນລະດູບານໃໝ່, ທ່ານຈະພົບເຫັນສີຂາວຂອງດອກໝັ້ນປົກຄຸມໄປທົ່ວຕອນດິນສວນຕ່າງໆຢ່າງງ່າຍດາຍ. ພາບ: ຮວ່າງຮ່າ
ດອກໝັ້ນບານສະພັ່ງໃນທ່າມກາງແສງແດດລະດູບານໃໝ່. ພາບ: ຮວ່າງຮ່າ
ສີຂາວບໍລິສຸດເຮັດໃຫ້ແຂກທ່ອງທ່ຽວຮູ້ສຶກວ່າສະບາຍໃຈ, ສະຫງົບງຽບ. ພາບ: ຮວ່າງຮ່າ
ສີສັນດອກໝັ້ນສີຂາວເຮັດໃຫ້ເຮືອນຊານຂອງປະຊາຊົນກາຍເປັນສະຖານທີ່ສວຍງາມຊວນຝັນ. ພາບ: ຮວ່າງຮ່າ
ສວນຕົ້ນໝັ້ນຢູ່ໃຈກາງເທດສະບານເມືອງຊາປາໃນຊຸມວັນນີ້ແມ່ນຈຸດພັກຜ່ອນທີ່ນິຍົມຂອງແຂກທ່ອງທ່ຽວເປັນຈໍານວນຫຼວງຫຼາຍ. ພາບ: ຮວ່າງຮ່າ
ນີ້ແມ່ນສະຖານທີ່ມີກົກໝັ້ນໃຫຍ່ຫຼາຍກົກພວມຈໍ່ດອກ. ພາບ: ຮວ່າງຮ່າ
ບັນດາກົກໝັ້ນຢູ່ທີ່ນີ້ອອກດອກເປັນພົ້ວໃຫຍ່. ພາບ: ຮວ່າງຮ່າ
ສີສັນລະດູບານໃໝ່ໃນທ່າມກາງດິນຟ້າອາກາດລະດູບານໃໝ່. ພາບ: ຮວ່າງຮ່າ
ແຂກທ່ອງທ່ຽວຜູ້ໜຶ່ງພວມຖ່າຍຮູບກັບບັນດາພົ້ວດອກໝັ້ນ. ພາບ: ຮວ່າງຮ່າ
ກປ.ອອນໄລ - ໃນຊຸມວັນຕົ້ນລະດູບານໃໝ່ ປີຈໍ 2018, ເມື່ອບັນດາງ່າດອກຄາຍປ່າພວມຄ່ອຍໆຈາງຫາຍໄປນັ້ນ ກໍ່ແມ່ນເວລາທີ່ດອກໝັ້ນສີຂາວບານສະພັ່ງ, ອວດອ້າງສີຂາວທີ່ບໍລິສຸດຜຸດຜ່ອງໃນທ່າມກາງດິນຟ້າອາກາດຊາປາ (ລາວກາຍ).
ຢູ່ເນີນພູທີ່ປະຖົມປະຖານແຕ່ລະຕອນ, ໃນບໍລິເວນສວນຂອງປະຊາຊົນ ຫຼືຢູ່ລຽບຕາມແຄມຖະໜົນຫົນທາງ ຫຼືບໍລິເວນໃຈກາງເທດສະບານເມືອງ ຊາປາ, ແຂກທ່ອງທ່ຽວລ້ວນແຕ່ໄດ້ພົບເຫັນສີຂາວທີ່ບໍລິສຸດຜຸດຜ່ອງຂອງດອກໝັ້ນໄດ້ຢ່າງງ່າຍດາຍ. ຖ້າວ່າ ສີສັນດອກຄາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ປະຊາຊົນ ແລະນັກທ່ອງທ່ຽວດອກໝັ້ນພັດເຮັດໃຫ້ຈິດໃຈຂອງເຂົາເຈົ້າມີຄວາມສະບາຍ, ສະຫງົບງຽບໃນລະດູບານໃໝ່.
ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບສີສັນຂອງດອກໝັ້ນສີຂາວຢູ່ຊາປາ. ແປໂດຍ: ຫງວຽນກຸກ
Type the code from the image