ພະນັກງານທຸກຂັ້ນໄດ້ຮັບການຝຶກແອບຢ່າງຮອບຄອບຖີ່ຖ້ວນກ່ຽວກັບວິຊາການ, ວິຊາສະເພາະ. ພາບ: ຊວນເຢີນ.
ພະນັກງານກອງຮ້ອຍ 10, ກອງພັນ 3 ຮັບຮອງເອົາບົດສອນຝຶກແອບວິຊາງົດງາມ. ພາບ: ຊວນເຢີນ.
ຮ້ອຍຕີ ດັ້ງວັນນິງ, ຫົວໜ້າໝວດທະຫານ 5, ກອງຮ້ອຍ 10, ນັກຮົບແຂ່ງຂັນຮາກຖານປີ 2017 ພວມຄົ້ນຄວ້າບົດສອນກະກຽມໃຫ້ແກ່ການຝຶກແອບ. ພາບ: ຊວນເຢີນ.
ພະນັກງານຕັ້ງໜ້າຝຶກແອບຖັນແຖວກະກຽມໃຫ້ພິທີເລີ່ມຝຶກຊ້ອມ. ພາບ: ຊວນເຢີນ.
ນັກຮົບບັນດາກຸ່ມຝຶກແອບການຈັດແຖວ. ພາບ: ຊວນເຢີນ.
ນັກຮົບກອງຮ້ອຍສືບຂ່າວ 20 ຝຶກແອບຕີມວຍກະກຽມສະແດງໃນພິທີ. ພາບ: ຊວນເຢີນ.
ບັນດານັກຮົບຝຶກແອບລາຍການເຕັ້ນຜ່ານກ້ອງໄຟຢ່າງພິຖີພິຖັນ. ພາບ: ຊວນເຢີນ.
ທະຫານຂົນສົ່ງອຸປະກອນຝຶກແອບອອກສູ່ເຂດວາງສະແດງ. ພາບ: ຊວນເຢີນ.
ຫຼາຍຮູບຈໍາລອງ, ອຸປະກອນການຮຽນໄດ້ເຮັດໃໝ່, ດີ, ງາມ. ພາບ: ຊວນເຢີນ.
ເພື່ອຮັບປະກັນສຸຂະພາບໃຫ້ແກ່ການຝຶກແອບ, ທະຫານຕ້ອງຕັ້ງໜ້າຝຶກຝົນຫຼໍ່ຫຼອມກໍາລັງກາຍ. ພາບ: ຊວນເຢີນ.
ປາໂນ, ຄໍາຂວັນໂຄສະນາປຸກລະດົມໄດ້ເຮັດໃໝ່, ປະດັບປະດາສ້າງບັນຍາກາດ ແລະໂສມໜ້າໃໝ່ໃຫ້ກົມກອງ. ພາບ: ຊວນເຢີນ.
ດອກໄມ້ໄດ້ຮັບການບົວລະບັດຢ່າງຮອບຄອບສ້າງຄວາມງາມໃຫ້ກົມກອງກ່ອນມື້ຝຶກແອບ. ພາບ: ຊວນເຢີນ.
ຜູ້ບັນຊາທຸກຂັ້ນປະຊຸມປຶກສາ, ຖອດຖອນບົດຮຽນວຽກງານປະຈໍາວັນຢ່າງທັນການ. ພາບ: ຊວນເຢີນ.
ກປ.ອອນໄລ - ໃນຫຼາຍປີຕໍ່ເນື່ອງ, ກອງພັນໃຫຍ່ 141, ກອງພົນ 312, ແມ່ນກົມກອງຝຶກແອບເກັ່ງຂອງກອງພົນໃຫຍ່ 1 ແລະທ່ົວກອງທັບ. ໂດຍເສີມຂະຫຍາຍບັນດາໝາກຜົນ ແລະຜົນງານທີ່ບັນລຸໄດ້, ນັບແຕ່ກ່ອນ ແລະພາຍຫຼັງບຸນປີໃໝ່ປະຈຳຊາດປີຈໍ, ກົມກອງໄດ້ກະກຽມຢ່າງຮອບດ້ານ, ຮອບຄອບຖີ່ຖ້ວນກ່ຽວກັບທຸກດ້ານໃຫ້ໜ້າທີ່ຝຶກແອບປີ 2018. ມາຮອດປັດຈຸບັນນີ້, ທຸກວຽກງານກະກຽມຂອງກອງພັນໃຫຍ່ 141 ໄດ້ປະຕິບັດສໍາເລັດ, ກຽມພ້ອມໃຫ້ລະດູຝຶກແອບປີ 2018.
ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາບາງຮູບພາບກ່ຽວກັບວຽກງານກະກຽມໃຫ້ໜ້າທີ່ການຝຶກແອບຂອງກົມກອງ.
ແປໂດຍ: ເກື່ອງດັ້ງ
Type the code from the image