ຕອນເຊົ້າວັນທີ 24 ກຸມພາ, ທ່ານ ຫງວຽນດຶກຈູງ, ປະທານຄະນະກໍາມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຕີກອງໄຂງານບຸນຊ່ວງເຮືອພະຍານາກ ຮ່າໂນ້ຍ ເປີດກວ້າງ 2018 ຢູ່ໜອງໄຕ. ງານບຸນແມ່ນເຫດການວັດທະນະທໍາດ້ວຍຂະໜາດໃຫຍ່ໃນຍາມຕົ້ນປີ 2018 ຂອງນະຄອນຫຼວງ, ໂດຍຄະນະກໍາມະການປະຊາຊົນນະຄອນ ຮ່າໂນ້ຍ ແລະVietnam Airlines ສົມທົບກັນຈັດຕັ້ງ. ພາບ: vnexpress.net.
ທ່ານ ເຢືອງຈິ໋ແທ່ງ, ຜູ້ອຳນວຍການໃຫຍ່ Vietnam Airlines, ແບ່ງປັນວ່າເລື່ອງນໍາກິລາປະເພດນີ້ເຂົ້າໃນການເຄື່ອນໄຫວວັດທະນະທໍາເປີດສາກປີໃໝ່ຈະປະກອບສ່ວນຟື້ນຟູ ແລະພັດທະນາບັນດາປະເພດກິລາພື້ນເມືອງຂອງຊາດ, ສ້າງຈຸດພົ້ນເດັ່ນດຶງດູດນັກທ່ອງທ່ຽວມານະຄອນຫຼວງ ຮ່າໂນ້ຍ ກໍ່ຄືສ້າງທ່າພັດທະນາໃຫ້ບັນດາປະເພດກິລາໃຕ້ນ້ໍາ. ພາບ: vnexpress.net.
ກ່ອນການຊ່ວງເຮືອພະຍານາກ, ບັນດາປະເພດກິລາໃຕ້ນ້ໍາໄດ້ຈັດຕັ້ງຄະນະເດີນຂະບວນ, ໃນນັ້ນມີການເຂົ້າຮ່ວມຂອງທ່ານ ເຢືອງຈິ໋ແທ່ງ. ພາບ: vnexpress.net.
ນັກກິລາປະມານ 400 ຄົນສັງກັດ 27 ທີມທີ່ມາຈາກບັນດາສະໂມສອນຊ່ວງເຮືອຂອງເມືອງ ບາວີ່, ເຈືອງມີ໊, ເມືອງ ນາມຕື່ລຽມ, ແທງອວາຍ, ເຊີນໄຕ, ຮວ່າງມາຍ, ມີ໊ດຶກ ຢູ່ຮ່າໂນ້ຍ ແລະຖ໋າຍງວຽນ, ຮືງອຽນ, ຫ໊າຍເຢືອງເຂົ້າຮ່ວມ. ພາບ: vnexpress.net.
ໄລຍະທາງຊ່ວງເຮືອພະຍານາກແມ່ນຍາວ 600 ແມັດ, ຈາກວັດ ເຈິ໋ນກ໋ວກ ຮອດສວນອຸທິຍານ ຫຼີ໋ຕື້ຈ້ອງ, ໃກ້ຖະໜົນ ແທງນຽນ. ພາບ: vnexpress.net.
ບັນຍາກາດຢູ່ໜອງໄຕ ມີຄວາມຟົດຟື້ນຍິ່ງຂຶ້ນດ້ວຍສຽງຮ້ອງໂຮຂອງກອງເຊຍ. ພາບ: vnexpress.net.
ປະຊາຊົນນັບພັນຄົນໄດ້ລົງຖະໜົນ ແທງນຽນ ເພື່ອເຫັນປະຈັກຕາ ແລະລະດົມກຳລັງໃຈບັນດາສີພາຍ. ພາບ: vnexpress.net.
ງານບຸນເປີດບໍລິການໂດຍບໍ່ເສຍຄ່າ. ຕາມພະແນກວັດທະນະທໍາກິລາ ຮ່າໂນ້ຍ, ເຫດ ການຄັ້ງນີ້ຈັດຕັ້ງທົດລອງ, ຖ້າໄດ້ຮັບການສະໜັບສະໜູນຈາກປະຊາຊົນຈະສືບຕໍ່ຈັດຕັ້ງ ແລະອາດຈະເຊື້ອເຊີນບັນດາທີມໃນພາກພື້ນອາຊຽນເຂົ້າຮ່ວມ. ພາບ: vnexpress.net.
ນາງ ເຢືອງທິບິກລວານ, ຮອງນາງງາມທີໜຶ່ງ (ແຂວງ ຖ໋າຍງວຽນ) ເຂົ້າຮ່ວມທີມຊ່ວງເຮືອຍິງຂອງ ແຂວງ ຖ໋າຍງວຽນ. ພາບ: vnexpress.net.
ຄຽງຂ້າງການຊ່ວງເຮືອພະຍານາກ, ລາຍການຍັງມີບັນດາການເຄື່ອນໄຫວສິລະປະ (ພາຍເຮືອ, ຕີກອງ...), ສ້າງບັນຍາກາດຟົດຟື້ນໃຫ້ງານບຸນ. ພາບ: vnexpress.net.
ກປ.ອອນໄລ - ປະຊາຊົນນັບພັນຄົນໄດ້ລົງຖະໜົນ ແທງນຽນ ເບິ່ງງານບຸນຊ່ວງເຮືອພະຍານາກ ທີ່ຈັດຕັ້ງເປັນເທື່ອທໍາອິດ ຢູ່ຮ່າໂນ້ຍ ໃນຂະນະທີ່ຝົນຝອຍ, ນ້ຳໝອກໜາຕຶບ.
ແປໂດຍ: ເຈິ່ນຮວ່ຽນ
Type the code from the image