ພິທີເອົາກຳປັ່ນສະໜາມບິນ Carl Vinson ລົງນໍ້າ. ພາບໃນຫ້ອງມູນເຊື້ອຂອງກຳປັ່ນສະໜາມບິນ. ພາບ: ວັນອຽນ.
ບັນດາເຮືອບິນອາຍພົ່ນຈອດຢູ່ຊັ້ນດາດຟ້າເທິງກຳປັ່ນລໍຖ້າບິນຂຶ້ນ. ພາບ: ວັນອຽນ.
ເອລີກົບແຕລຳໜຶ່ງກຳລັງລົງຈອດຢູ່ກຳປັ່ນ Carl Vinson. ພາບ: ວັນອຽນ.
ພະນັກງານໜ່ວຍດັບເພີງປະຈຳການຢູ່ກຳປັ່ນ. ພາບ: ວັນອຽນ.
ສາງບັນຈຸເຮືອບິນ. ພາບ: ວັນອຽນ.
ເຮືອບິນອາຍພົ່ນລຳໜຶ່ງກຳລັງລົງຈອດຢູ່ກຳປັ່ນສະໜາມບິນ. ພາບ: ວັນອຽນ.
ຫ້ອງກິນເຂົ້າຂອງລູກເຮືອຢູ່ກຳປັ່ນສະໜາມບິນ Carl Vinson. ພາບ: ວັນອຽນ.
ພາລະກອນເຕັກນິກແນະນຳໃຫ້ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ກ່ຽວກັບກຳປັ່ນສະໜາມບິນ. ພາບ: ວັນອຽນ.
ຂັ້ນຕອນກວດກາເຕັກນິກສຸດທ້າຍກ່ອນຈະອະນຸຍາດໃຫ້ເຮືອບິນບິນຂຶ້ນ. ພາບ: ວັນອຽນ.
ກປ.ອອນໄລ - ຖະແຫຼງການຮ່ວມຫວຽດນາມ-ອາເມລິກາ ພາຍຫຼັງການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານປະທານາທິບໍດີ Donald Trump ໃນວັນທີ 11 ພະຈິກ 2017 ໃຫ້ຮູ້ວ່າ: ການນຳຂັ້ນສູງສອງປະເທດຫວຽດນາມ - ອາເມລິກາ ໄດ້ຊົມເຊີຍແຜນການກ່ຽວກັບເລື່ອງກຳປັ່ນສະໜາມບິນລຳໜຶ່ງຂອງອາເມລິກາ ຈະເຂົ້າທຽບທ່າກຳປັ່ນຂອງຫວຽດນາມ ເປັນເທື່ອທຳອິດໃນປີ 2018. ນັ້ນແມ່ນກຳປັ່ນສະໜາມບິນ Carl Vinson.
ມີໂອກາດມາຢ້ຽມຢາມ ແລະເຫັນປະຈັກຕາບັນດາການເຄື່ອນໄຫວຢູ່ກຳປັ່ນສະໜາມບິນ Carl Vinson ສັງກັດທະຫານເຮືອ ອາເມລິກາ, ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ບັນທຶກໄວ້ບັນດາຮູບພາບຢູ່ກຳປັ່ນສະໜາມບິນດັ່ງກ່າວ.
ແປໂດຍ: ຮຸຍດົງ
Type the code from the image