ທາງເຂົ້າງານຕະຫຼາດນັດ ໄດ້ຮັບການປະດັບປະດາຢ່າງງາມຕາ. ພາບ: ເຕື່ອງວີ
ທາງນອກງານຕະຫຼາດນັດ ວາງຂາຍຕົ້ນໄມ້ປະດັບຮັບໃຊ້ບຸນເຕັດຫຼາຍປະເພດ. ພາບ: ເຕື່ອງວີ
ເລືອກຊື້ຕົ້ນດອກຄາຍ ມາຫຼິ້ນໃນບຸນປີໃໝ່. ພາບ: ເຕື່ອງວີ
ດອກກ້ວຍໄມ້ຫຼາຍຊະນິດ ໄດ້ຮັບການວາງສະແດງຢູ່ງານຕະຫຼາດນັດ. ພາບ: ເຕື່ອງວີ
ພູຈໍາລອງ ໄດ້ຮັບຄວາມນິຍົມຊົມຊອບຈາກແຂກທ່ອງທ່ຽວ. ພາບ: ເຕື່ອງວີ
ໝາກໄມ້ແຫ້ງເອືອບເກືອ ຮ່າງເດື່ອງ ໃນງານຕະຫຼາດນັດລະດູບານໃໝ່. ພາບ: ເຕື່ອງວີ
ໝາກໄມ້ສິລະປະ ກຽມພ້ອມຮັບໃຊ້ບຸນເຕັດ. ພາບ: ເຕື່ອງວີ
ຮ້ານວາງສະແດງ ເສື້ອຍາວເດັກນ້ອຍ. ພາບ: ເຕື່ອງວີ
ຮ້ານເຄື່ອງຫຼິ້ນດຶງດູດພວກນ້ອງ ມາຫຼິ້ນ. ພາບ: ເຕື່ອງວີ
ແຂກທ່ອງທ່ຽວຊອກຮູ້ກ່ຽວກັບໝາກສົ້ມໂອການກິ່ງ. ພາບ: ເຕື່ອງວີ
ກປ.ອອນໄລ - ແຕ່ວັນທີ 27 ມັງກອນ ຫາວັນທີ 15 ກຸມພາ, ທີ່ສະໜາມຫຼວງສະໜາມກິລາແຫ່ງຊາດ ໝີດິ່ງ, ຕາແສງ ໝີດິ່ງ 1, ເມືອງ ນາມຕືລຽມ ໄດ້ດໍາເນີນງານຕະຫຼາດນັດລະດູບານໃໝ່ ປີຈໍ 2018 ດ້ວຍການເຂົ້າຮ່ວມຂອງຫຼາຍຂະແໜງສິນຄ້າທີ່ແຕກຕ່າງກັນ ເພື່ອແນໃສ່ຮັບໃຊ້ພໍ່ແມ່ປະຊາຊົນໃນບໍລິເວນ ກໍ່ຄືແຂກທ່ອງທ່ຽວມາຢ້ຽມຊົມ ແລະຊື້ເຄື່ອງກ່ອນບຸນປີໃໝ່.
ງານຕະຫຼາດນັດປີນີ້ ໄດ້ຈັດຕັ້ງໃນເນື້ອທີ່ປະມານ 20.000 ຕາແມັດ ດ້ວຍຫຼາຍຮ້ອຍຮ້ານວາງສະແດງ. ບັນດາຜະລິດຕະພັນເຂົ້າຮ່ວມງານຕະຫຼາດນັດແມ່ນອຸດົມສົມບຸນ, ຫຼາຍຮູບຫຼາຍແບບຄື: ດອກໄມ້, ຕົ້ນໄມ້ປະດັບ, ເຂົ້າໜົມບຸນເຕັດ, ຜະລິດຕະພັນຫັດຖະກໍາສິລະປະຂອງບັນດາໝູ່ບ້ານອາຊີບທີ່ເປັນມູນເຊື້ອ... ໜັງສືພິມກອງທັບປະຊາຊົນອອນໄລ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບຢູ່ງານຕະຫຼາດນັດລະດູບານໃໝ່ ນາມຕືລຽມ.
ແປໂດຍ: ຮວ່າງເຈື່ອງ
Type the code from the image