ການຮັບຮອງເອົາຕຳລາບົດສອນຝຶກແອບເຕັກນິກຍິງປືນກົນເບົາ AK ບົດຮຽນທີ 1. ພາບ: ຫງວຽນແທງຫ໊າຍ
ການຮັບຮອງເອົາຕຳລາບົດສອນຝຶກແອບເຕັກນິກແກວ່ງໝາກແຕກ. ພາບ: ຫງວຽນແທງຫ໊າຍ
ພະນັກງານ, ນັກຮົບຢູ່ກອງພັນ 5, ກອງພັນໃຫຍ່ 19 ປັບປຸງສະໜາມຝຶກຊ້ອມ. ພາບ: ຫງວຽນແທງຫ໊າຍ
ພະນັກງານ, ນັກຮົບຢູ່ກອງພັນ 6, ກອງພັນໃຫຍ່ 19 ກະກຽມຮູບຈໍາລອງອຸປະກອນໃຫ້ແກ່ການຝຶກແອບ. ພາບ: ຫງວຽນແທງຫ໊າຍ
ພະນັກງານ, ນັກຮົບຢູ່ກອງພັນ 4, ກອງພັນໃຫຍ່ 19 ບົວລະບັດຜັກຂຽວຮັບປະກັນຄວາມຕ້ອງການສະບຽງອາຫານໃຫ້ແກ່ນັກຮົບໃໝ່. ພາບ: ຫງວຽນແທງຫ໊າຍ
ພະນັກງານ, ນັກຮົບຢູ່ກອງພັນ 4, ກອງພັນໃຫຍ່ 19 ກະກຽມບ່ອນຢູ່ໃຫ້ແກ່ນັກຮົບໃໝ່. ພາບ: ຫງວຽນແທງຫ໊າຍ
ກປ.ອອນໄລ - ປີ 2018, ກອງພັນໃຫຍ່ 19, ກອງພົນ 968 (ທະຫານເຂດ 4) ໄດ້ຮັບມອບໝາຍໜ້າທີ່ຕ້ອນຮັບ ແລະຝຶກແອບນັກຮົບໃໝ່ ມາຈາກ 5 ແຂວງ: ເງ້ອານ, ຮ່າຕິ໊ງ, ກວາງບິ່ງ, ກວາງຈິ້ ແລະເທື່ອທຽນ-ເຫວ້. ເພື່ອໃຫ້ວຽກງານຝຶກແອບ ປີ 2018 ບັນລຸຄຸນນະພາບທຸກດ້ານຢ່າງຮອບດ້ານ, ກອງພັນໃຫຍ່ໄດ້ຈັດຕັ້ງການຝຶກອົບຮົມໃຫ້ແກ່ຖັນແຖວພະນັກງານທຸກຂັ້ນ, ກະກຽມເນື້ອໃນຕຳລາບົດສອນເປັນຢ່າງດີ; ກໍ່ສ້າງຄ້າຍທະຫານ, ສະໜາມຝຶກຊ້ອມ, ຮູບຈຳລອງອຸປະກອນການຮຽນ...
ໜັງສືພິມກອງທັບປະຊາຊົນຫວຽດນາມອອນໄລ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບຂອງພະນັກງານ, ນັກຮົບກອງພັນໃຫຍ່ 19 ທີ່ໄດ້ຕັ້ງໜ້າເຮັດວຽກງານກະກຽມຕ້ອນຮັບ ແລະຝຶກແອບນັກຮົບໃໝ່ເປັນຢ່າງດີ.
ແປໂດຍ: ເຈິ່ນຮວ່ຽນ
Type the code from the image