ພະນັກງານ, ນັກຮົບກອງພັນ 72 ໄປຫາທີ່ຕັ້ງຝຶກແອບກຽມພ້ອມສູ້ຮົບ. ພາບ: qdnd.vn
ທະຫານປ້ອງກັນອາກາດ ມີວິທີການສົມທົບກັນຫຼາຍຢ່າງ ເພື່ອນໍາໃຊ້ຍຸດທະພັນ ເຮັດຈັ່ງໃດເພື່ອໃຫ້ມີປະສິດທິຜົນທີ່ສຸດ. ພາບ: qdnd.vn
ວິວັດການຝຶກແອບ ລະຫວ່າງບັນດາກໍາລັງ, ພາກສ່ວນຕ່າງໆ ຍາມໃດກໍ່ເຄັ່ງຄັດ, ມີແບບແຜນ ແລະຕ້ອງສົບທົບກັນຢ່າງແໜ້ນແຟ້ນ. ພາບ: qdnd.vn
ລະບົບ ຣາດາ ຊັກນໍາໃນການຍິງ. ພາບ: qdnd.vn
ລູກສອນໄຟ Pechora ກຽມຈະນຳໄປໃສ່ທີ່ຕັ້ງຜັນຂະຫຍາຍ. ພາບ: qdnd.vn
ຜັນຂະຫຍາຍໜ້າທີ່ສູ້ຮົບ. ພາບ: qdnd.vn
ເມື່ອໄດ້ເຫັນປະຈັກຕາ ບັນດານັກຮົບຂອງກອງພັນ 72, ກອງພັນໃຫຍ່ 285, ກອງພົນ 363, ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ຝຶກແອບພາຍໃຕ້ແສງແດດກ້າ ຍິ່ງຮູ້ແຈ້ງກວ່າກ່ຽວກັບເຈດຈໍານົງ, ຈິດໃຈ, ມານະຈິດຂອງພະນັກງານ, ນັກຮົບທະຫານປ້ອງກັນອາກາດ. ພາບ: qdnd.vn
ບັນຍາກາດຂອງການແຂ່ງຂັນຈຸດສູງສະເຫຼີມສະຫຼອງ 45 ປີ ແຫ່ງວັນໄຊຊະນະ “ຮ່າໂນ້ຍ-ດ້ຽນບຽນຝູທາງອາກາດ” ຍິ່ງເຮັ່ງຮັດພະນັກງານ, ນັກຮົບກອງພັນ 72 ບືນຕົວຂຶ້ນເປັນເຈົ້າຍຸດທະພັນ, ປົກປັກຮັກສານ່ານຟ້າພາກເໜືອຂອງປະເທດຊາດ ໄວ້ຢ່າງໝັ້ນຄົງ. ພາບ: qdnd.vn
ກປ.ອອນໄລ - ກອງພັນ 72, ກອງພັນໃຫຍ່ 285, ກອງພົນ 363, ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ແມ່ນກົມກອງ ໄດ້ຍິງເຮືອບິນ B-52 ຕົກເທິງທ້ອງຟ້ານະຄອນຫຼວງຮ່າໂນ້ຍໃນບັ້ນຮົບ ຮ່າໂນ້ຍ-ດ້ຽນບຽນຝູທາງອາກາດ ໃນການຕໍ່ຕ້ານຕ້ານຈັກກະພັດ ອາເມລິກາ. ເຮືອບິນ B-52 ຂອງທະຫານປ້ອງກັນອາກາດອາເມລິກາ ຖືກຍິງ ແລະຕົກລົງໃສ່ໜອງ ຫືວຕຽ້ບ, ບ້ານ ງອັກຮ່າ (ນະຄອນຫຼວງ ຮ່າໂນ້ຍ) ເມື່ອຍັງບໍ່ທັນຖີ້ມລະເບີດລູກໃດລົງເທື່ອ. ນີ້ແມ່ນວິລະກໍາອັນຍິ່ງໃຫຍ່ຂອງກອງພັນ 72 ໃນການຕໍ່ຕ້ານຕ້ານຈັກກະພັດອາເມລິກາ ເວົ້າລວມ ກໍ່ຄືໃນບັ້ນຮົບ ຮ່າໂນ້ຍ-ດ້ຽນບຽນຝູທາງອາກາດ ປີ 1972. ໃນບັນຍາ ກາດສະເຫຼີມສະຫຼອງ 45 ປີແຫ່ງວັນໄຊຊະນະ ຮ່າໂນ້ຍ-ດ້ຽນບຽນຝູທາງອາກາດ, ພະນັກງານ, ນັກຮົບກອງພັນ 72 ຍັງຄົງຮັກສາການຝຶກແອບບັນດາວິທີການສູ້ຮົບເປັນປົກກະຕິ, ຈັດຕັ້ງການເວນຍາມ, ກຽມ ພ້ອມສູ້ຮົບເປັນປະຈໍາເມື່ອມີກໍລະນີເກີດຂຶ້ນ.
ໜັງສືພິມກອງທັບປະຊາຊົນຫວຽດນາມ ອອນໄລ ຂໍແນະນໍາເຖິງເພື່ອນຜູ້ອ່ານ ພາບຖ່າຍຈໍານວນໜຶ່ງ ກ່ຽວກັບການຝຶກແອບການກຽມພ້ອມສູ້ຮົບ ດ້ວຍລູກສອນໄຟ Pechora ຢູ່ກອງພັນ 72.
ແປໂດຍ: ທູຈາງ
Type the code from the image