ພໍ່ແມ່ປະຊາຊົນໄປຊື້ເຄື່ອງຂອງຢູ່ຕະຫຼາດນັດຫຼາຍທີ່ສຸດ. ພາບ: ມິງເຈື່ອງ
ບັນດາປະເພດສິນຄ້າຂອງຊົນເຜົ່າມົ້ງຢູ່ຕະຫຼາດນັດ. ພາບ: ມິງເຈື່ອງ
ທຸກຄົນມີຄວາມເບີກມ່ວນຊື່ນກັບບັນດາເຄື່ອງຂອງທີ່ຊື້ໄດ້ຢູ່ຕະຫຼາດນັດ. ພາບ: ມິງ ເຈື່ອງ
ແຂກຕ່າງປະເທດມາຢ້ຽມຢາມ ດົ່ງວັນ ໄດ້ຖ່າຍຮູບນໍາບັນດາຜະລິດຕະພັນພິເສດຂອງເຂດພູພຽງຫີນ. ພາບ: ມິງເຈື່ອງ
ກປ.ອອນໄລ - ແຕ່ຮຸ່ງເຊົ້າ, ອາກາດໜາວພໍສົມຄວນແຕ່ວ່າບັນຍາກາດຢູ່ຕະຫຼາດນັດ, ເມືອງ ດົ່ງວັນ, ແຂວງ ຮ່າຢາງ ມີຄົນມາຢ່າງຄັບຄາໜາແໜ້ນ. ພໍ່ແມ່ປະຊາຊົນມີຄວາມປິຕິຍິນດີໃນຊຸດອາພອນທີ່ເປັນມູນເຊື້ອ, ແຫ່ກັນໄປຕະຫຼາດນັດ; ຫຼາຍກວ່າໝູ່ແມ່ນຊົນເຜົ່າມົ້ງ. ຕະຫຼາດນັດ ດົ່ງວັນ ໄດ້ຈັດຕັ້ງຂຶ້ນກົງກັບວັນອາທິດ, ດ້ວຍບັນດາປະເພດສິນຄ້າທີ່ເປັນມູນເຊື້ອ, ໂດຍຊົນເຜົ່າມົ້ງຜະລິດເອງ. ເຖິງຢ່າງໃດກໍ່ຕາມ, ເຂົາເຈົ້າມາຕະຫຼາດບໍ່ພຽງແຕ່ເພື່ອຊື້, ຂາຍເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອເຕົ້າໂຮມ, ລະຫຼີ້ນຢູ່ຕະຫຼາດພາຍຫຼັງເຮັດວຽກອິດເມື່ອຍມາເປັນເວລາໜຶ່ງອາທິດ.
ແປໂດຍ: ເຈິ່ນຮວ່ຽນ
Type the code from the image