ການຝຶກຝົນຫຼໍ່ຫຼອມຢູ່ກອງພັນກວດກາການທະຫານ 103
ກປ.ອອນໄລ - ໃນໄລຍະຜ່ານມາ, ພ້ອມກັບການປະຕິບັດສຳເລັດໜ້າທີ່ຝຶກແອບ, ກຽມພ້ອມສູ້ຮົບ, ການລາດຕະເວນ, ກວດກາການທະຫານແລ້ວ, ພະນັກງານ, ນັກຮົບກອງພັນກວດກາການທະຫານ 103 ສັງກັດກອງບັນຊາການນະຄອນຫຼວງ ຮ່າໂນ້ຍ ຍາມໃດກໍ່ເປັນເຈົ້າການ, ຕັ້ງໜ້າໃນການຝຶກຝົນຫຼໍ່ຫຼອມກໍາລັງແຮງ, ແບບແຜນການປະຕິບັດງານ.
ທ່ານພັນຕີ ໂງເຈື່ອງຢາງ, ຫົວໜ້າການທະຫານກອງພັນກວດກາການທະຫານ 103 ໃຫ້ຮູ້ວ່າ: “ການຝຶກແອບໄປຄຽງຄູ່ກັບການຝຶກຝົນຫຼໍ່ຫຼອມກໍາລັງແຮງທະຫານແມ່ນໜຶ່ງໃນບັນດາມາດຖານແຖວໜ້າເຊິ່ງຄະນະພັກ, ຜູ້ບັນຊາການກອງພັນໄດ້ກໍານົດ ແລະຮັກສາເປັນປະຈໍາ, ມີແບບແຜນ. ດັ່ງນັ້ນ, ພະນັກງານ, ນັກຮົບກົມກອງມີເຈດຈໍານົງຕັດສິນໃຈສູງ, ບໍ່ງໍ້ງຽງຕໍ່ຄວາມຫຍຸ້ງຍາກລຳບາກ, ປະຕິບັດສຳເລັດທຸກໜ້າທີ່ໄດ້ຮັບມອບໝາຍເປັນຢ່າງດີ”.
ໜັງສືພິມກອງທັບປະຊາຊົນຫວຽດນາມອອນໄລ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບການຝຶກຝົນຫຼໍ່ຫຼອມຂອງພະນັກງານ, ນັກຮົບກອງພັນກວດກາການທະຫານ 103.
ແປໂດຍ: ກວຽດເຕິມ