ຢູ່ ໄຕງວຽນ, ຍາມດອກຕາເວັນປ່າບານອອກກໍ່ແມ່ນເວລາສິ້ນສຸດລະດູຝົນ.
ແຕ່ທ້າຍເດືອນຕຸລາ, ຕົ້ນເດືອນພະຈິກ ດອກຕາເວັນປ່າອວດຄວາມງາມຢູ່ຕາມສອງຟາກທາງຢູ່ແຂວງ ຢາລາຍ…
… ຫຼືຢູ່ຕາມເປີ້ນພູສ້າງເປັນບັນດາພົມສີເຫຼືອງຍາວຢຽດ.
ໃນເດືອນພະຈິກ, ໄຕງວຽນ ເຕັມໄປດ້ວຍສີເຫຼືອງຂອງດອກຕາເວັນປ່າ ແລະສີຟ້າຂອງທ້ອງຟ້າ.
ບັນດາເສັ້ນທາງສີເຫຼືອງທີ່ສ້າງຄວາມດູດດື່ມ, ເຮັດໃຫ້ນັກທ່ອງທ່ຽວຜູ້ໃດກໍ່ຢາກມາທ່ຽວ.
ດອກຕາເວັນປ່າຍັງມີຊື່ເອີ້ນວ່າ Tithonia diversifolia.
ດອກຕາເວັນປ່າບານໃນໄລຍະຍາວສົມຄວນ ແຕ່ຈຸດເວລາດີທີ່ສຸດເພື່ອຊົມ ແລະຖ່າຍຮູບແມ່ນແຕ່ 8 ໂມງ ຫາ 10 ໂມງເຊົ້າ…
ດອກຕາເວັນປ່າມີຕົ້ນກຳເນີດຈາກບັນດາເຂດໃກ້ກັບເຂດຮ້ອນ ແລະເຂດຮ້ອນ. ຢູ່ ຫວຽດນາມ, ກ່ອນນີ້, ດອກຕາເວັນປ່າໂດຍຊາວຝະລັ່ງ ນໍາເຂົ້າປູກຢູ່ບັນດານິຄົມໃນແຂວງ ເລີມດົ່ງ.
ຈືດັງຢາ, ຢູ່ເມືອງ ຈືປາ, ຢາລາຍ ແມ່ນທັດສະນິຍະພາບທີ່ດຶງດູດນັກທ່ອງທ່ຽວຫຼາຍຮ້ອຍພັນເທື່ອຄົນມາຊົມດອກຕາເວັນປ່າໃນແຕ່ລະປີ.
ສີເຫຼືອງຂອງດອກຕາເວັນປ່າພ້ອມກັບສີສັນຫຼາກຫຼາຍຂອງທໍາມະຊາດເຮັດໃຫ້ທັດສະນີຍະພາບຢູ່ເຂດ ໄຕງວຽນ ສວຍງາມດັ່ງໃນຝັນ.
ກປ.ອອນໄລ - ຢູ່ ໄຕງວຽນ, ດອກຕາເວັນປ່າໄດ້ຮັບຖືວ່າແມ່ນເອກະລັກສະເພາະຂອງດິນແດນແຫ່ງນີ້. ແຕ່ລະປີ, ເມື່ອຮອດຕົ້ນເດືອນພະຈິກ, ຍາມສິ້ນສຸດບັນດາຫ່າຝົນຢູ່ ໄຕງວຽນ ກໍ່ແມ່ນເວລາທີ່ດອກຕາເວັນປ່າເລີ່ມບານອອກ. ຢາລາຍ ແມ່ນແຂວງທີ່ມີດອກຕາເວັນປ່າຫຼາຍທີ່ສຸດ, ໃນກາງເດືອນພະຈິກ, ດອກຕາເວັນປ່າອວດອ້າງຄວາມງາມດ້ວຍສີສັນຫຼາກຫຼາຍເຮັດໃຫ້ບັນດາເສັ້ນທາງ, ເປີ້ນພູກາຍເປັນພົມສີເຫຼືອງຍາວຢຽດ ແລະສວຍງາມ.ໜັງສືພິມກອງທັບປະຊາຊົນ ອອນໄລ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບດອກຕາເວັນປ່າຢູ່ ຢາລາຍ:ແປໂດຍ: ຈາງຫງວຽນ
Type the code from the image