ໃຈກາງຂອງ Taj Mahal ເມື່ອຊົມຈາກທາງໄກ, ເຊິ່ງແມ່ນບ່ອນຝັງອັດຖິຂອງເມຍຜູ້ທີ 3 ຂອງເຈົ້າຊີວິດ Shah Jahan. ເຂດສຸສານນີ້ໄດ້ຮັບການກໍ່ສ້າງດ້ວຍຫີນອ່ອນ ແລະຫີນມີຄ່າຫຼາຍປະເພດ, ມີຫຼາຍຊິ້ນສ່ວນຍ່ອຍໄດ້ຕິດດ້ວຍຄໍາ.
ສຸສານໄດ້ຮັບການກໍ່ສ້າງເທິງຖານຮູບຈະຕຸລັດທີ່ກວ້າງໃຫຍ່. ໂຄງປະກອບພື້ນໃຫຍ່ ແລະມີຫຼາຍຫ້ອງ. Taj Mahal ໄດ້ຮັບຖືວ່າແມ່ນຮູບແບບສຸດຍອດຂອງສະຖາປັດຕະຍາກໍາ Mugul ຂອງຊາວອິນເດຍ ໃນສະໄໝກ່ອນ.
ຢູ່ຕໍ່ໜ້າ Taj Mahal ແມ່ນໜອງນໍ້າໄດ້ຮັບການກໍ່ສ້າງດ້ວຍຫີນ ແລະມີແຖວຕົ້ນໄມ້ໄດ້ປູກອ້ອມຂ້າງໜອງ.
ທາງນອກຂອງທາດໃຫຍ່ຖືກອ້ອມຮອບດ້ວຍກໍາແພງຫີນຊາຍສີແດງ.
ຈາກນັ້ນແມ່ນກໍາແພງຫີນອ່ອນລຽບຕາມທາດໃຫຍ່.
ນັກທ່ອງທ່ຽວເຂົ້າຢ້ຽມຊົມຈະອອກໄປຜ່ານປະຕູຫິີນ.
ເພດານໂຄ້ງ ແລະບັນດາກໍາແພງຫີນໄດ້ຕົບແຕ່ງດ້ວຍບັນດາເລຂາຄະນິທີ່ສັບສົນ.
ຮູບແກະສະຫຼັກ ແຕ່ລະຮູບລ້ວນແຕ່ສະແດງຄວາມໝາຍໃດໜຶ່ງກ່ຽວກັບຈັກກະວານ.
ບັນດານັກກໍ່ສ້າງນຳໃຊ້ເຕັກນິກທີ່ເປັນເອກະລັກສະເພາະເມື່ອຈັດວາງໂງ່ນຫີນກ່າຍກອງກັນ.
ບັນດາຮູບພາບດ້ວຍຫີນ ສະແດງໃຫ້ເຫັນເຕັກນິກແກະສະຫຼັກຢ່າງລະອຽດລະອໍ.
ເສົາຄໍ້າຫີນ 4 ເສົາຢູ່ 4 ແຈດ້ວຍບັນດາໂງ່ນຫີນໃຫຍ່ຖືກຈັດກ່າຍກອງ.
Taj Mahal ແມ່ນເຂດປູຊະນີຍະສະຖານ ທີ່ເຮັດໃຫ້ນັກທ່ອງທ່ຽວຮູ້ສຶກແປກປະຫຼາດໃຈ.
ປະຕູໃຫຍ່ພາໄປເຖິງເຂດໃຈກາງໄດ້ຮັບການກໍ່ສ້າງດ້ວຍຫີນຊາຍສີແດງ.
ມີນັກທ່ອງທ່ຽວ ແລະຊາວອິນເດຍຫຼາຍຄົນມາຢ້ຽມຢາມ Taj Mahal ໃນແຕ່ລະວັນ.
ໂດຍໄດ້ຮັບການກໍ່ສ້າງຢູ່ແຄມແມ່ນໍ້າ, ຍິ່ງເຮັດໃຫ້ທັດສະນີຍະພາບຂອງ Taj Mahal ມີຄວາມກົມກຽວ.
ກປ.ອອນໄລ - Taj Mahal (ເຂດສຸສານ) ໄດ້ຮັບການກໍ່ສ້າງໃນສະໄໝເຈົ້າຊີວິດ Mugul ມີຊື່ວ່າ Shah Jahan (ຢູ່ປະເທດ ອິນເດຍ), ເຊິ່ງແມ່ນໜຶ່ງໃນຈໍານວນເຂດປູຊະນີຍະສະຖານທີ່ຍັງເຫຼືອ, ດ້ວຍສະຖາປັດຕະຍາກໍາທີ່ສຸດຍອດ, ຄວາມໃຫຍ່ໂຕມະໂຫຖານຂອງກິດຈະການນັ້ນໄດ້ເຮັດໃຫ້ມັນກາຍເປັນມໍລະດົກໂລກ ທີ່ໄດ້ຮັບຄວາມນິຍົມຊົມຊອບໃນປັດຈຸບັນເມື່ອນັກທ່ອງທ່ຽວມາຢ້ຽມຢາມປະເທດນີ້. ໂດຍນອນຢູ່ນະຄອນເກົ່າ Agra, ຫ່າງຈາກນະຄອນຫຼວງ New Dehli ປະມານ 200 ກິໂລແມັດ, Taj Mahal ແມ່ນພະຍານຫຼັກຖານກ່ຽວກັບການຍືນຍົງຄົງຕົວຜ່ານການເວລາ, ຄວາມເລິກລັບມະຫັດສະຈັນຂອງສະຖາປັດຕະຍາກໍາ ແລະຄວາມເກັ່ງກ້າສາມາດຂອງມະນຸດ. Taj Mahal ໄດ້ຮັບການກໍ່ສ້າງໃນໄລຍະເວລາ 22 ປີ, ນັບແຕ່ປີ 1631 ແລະສໍາເລັດໃນປີ 1653.
ໜັງສືພິມກອງທັບປະຊາຊົນຫວຽດນາມ ອອນໄລ ຂໍແນະນໍາພາບຖ່າຍຈໍານວນໜຶ່ງເຖິງເພື່ອນຜູ້ອ່ານກ່ຽວ ກັບກິດຈະການທີ່ໃຫຍ່ໂຕມະໂຫຖານນີ້.
ແປໂດຍ: ທູຈາງ
Type the code from the image