ກໍາລັງທະຫານນ້ຳບຸກເຂົ້າເປົ້າໝາຍ. ພາບ: ຢຸຍຮົ່ງ
ປະຕິບັດການບຸກເຂົ້າ ແລະບຸກຕີຢືດເອົາເກາະ. ພາບ: ຢຸຍຮົ່ງ
ບຸກເຂົ້າເປົ້າໝາຍດ້ວຍວິທີໂຫນເຊືອກ. ພາບ: ຢຸຍຮົ່ງ
ກໍາລັງຕີພິເສດ 126 ຝຶກຊ້ອມລົງພື້ນດິນດ້ວຍຍົນເອລີກອບແຕ. ພາບ: ຢຸຍຮົ່ງ
ບຸກຕີຢືດເອົາ ແລະດັບສູນບັນດາເປົ້າໝາຍ. ພາບ: ຢຸຍຮົ່ງ
ຝຶກແອບຕີຕອບໂຕ້ກັບຄູ່ຕໍ່ສູ້. ພາບ: ຢຸຍຮົ່ງ
ກປ.ອອນໄລ - ເມື່ອມາຢ້ຽມຢາມກອງພົນນ້ອຍຕີພິເສດ 126 (ເຫຼົ່າທັບເຮືອ), ຄວາມປະທັບໃຈຂອງພວກຂ້າພະເຈົ້າກ່ຽວກັບພະນັກງານ, ນັກຮົບຢູ່ນີ້ບໍ່ພຽງແຕ່ແມ່ນບັນດາຈັງຫວະມວຍທີ່ຄ່ອງແຄ່ວເທົ່ານັ້ນ, ຫາກຍັງນິຍົມນັບຖືຄຸນນະທາດທີ່ອົງອາດກ້າແກ່ນ, ພິລະອາດຫານຂອງພວກເຂົາອີກດ້ວຍ.
ຢູ່ສະໜາມຝຶກຊ້ອມ, ເຖິ່ງວ່າໃນທ່າມກາງແສງແດດກ້າ ຫຼືຝົນຕົກໜັກ, ກາງເວັນ ຫຼືກາງຄືນ, ບັນດານັກຮົບຂອງກົມກອງຍາມໃດກໍ່ເມົາມົວຝຶກແອບຢູ່. ໂດຍເລີ່ມມາຈາກຄວາມຮຽກຮ້ອງຕ້ອງການໜ້າທີ່ ແລະການພັດທະນາກ່ຽວກັບວິທີຕີ, ສິລະປະໃນການສູ້ຮົບຂອງທະຫານຕີພິເສດເວົ້າລວມ, ຢູ່ຕາມແມ່ນໍ້າ ແລະທະເລເວົ້າສະເພາະ, ກອງພົນນ້ອຍໄດ້ປ່ຽນແປງໃໝ່ເປັນປະຈໍາ, ຍົກສູງຄຸນນະພາບການຝຶກຊ້ອມເຕັກນິກ, ຍຸດທະວິທີສະເພາະຂະແໜງ ແລະລົງເລິກໃຫ້ແກ່ແຕ່ລະກໍາລັງໃນເງື່ອນໄຂອາກາດຮ້າຍແຮງ ແລະຖືນັ້ນເປັນພື້ນຖານ, ກໍາລັງໜູນເພື່ອຍົກສູງຄຸນນະພາບການຝຶກຊ້ອມໃຫ້ກໍາລັງຍອດຢ້ຽມພິເສດ.
ໜັງສືພິມກອງທັບປະຊາຊົນຫວຽດນາມ ອອນໄລ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບການຝຶກຊ້ອມຂອງພະນັກງານ, ນັກຮົບກອງພົນນ້ອຍຕີພິເສດ 126.
ແປໂດຍ: ຫງວຽນກຸກ
Type the code from the image