ວາລະປະຊຸມຂອງການນໍາພັກ Bonsevich ຮັບຮອງເອົາແຜນການລຸກຮືຂຶ້ນ.
ທະຫານ, ກໍາມະກອນເຂົ້າຮ່ວມການປະຕິວັດ.
ຜູ້ນໍາ ເລນິນ ແລະມະຫາຊົນຜູ້ອອກແຮງງານ.
ບັນດາກອງທະຫານແດງ ໄດ້ຮັບການສ້າງຕັ້ງ.
ຄໍ່າຄືນແຫ່ງການລຸກຮືຂຶ້ນ.
ກໍາປັ່ນສຸ້ຮົບ ອະລຸນ ໄດ້ຍິງປືນສົ່ງສັນຍານການປະຕິວັດເດືອນຕຸລາ ໄດ້ດໍາເນີນຢູ່ Petrograd.
ວັງ Smoluy ລໍຖ້າຂ່າວໄຊຊະນະຂອງການປະຕິວັດ.
ກໍາລັງກໍາມະກອນ, ຊາວນາ ແລະທະຫານບຸກໂຈມຕີວັງລະດູໜາວ.
ຄະນະລັດຖະບານນາຍທຶນຊົ່ວຄາວ ຖືກຈັບຕົວ.
ຂ່າວການປະຕິວັດປະສົບຜົນສໍາເລັດ ໄດ້ແຈ້ງອອກທົ່ວປະເທດ ລັດເຊັຍ ຢ່າງວ່ອງໄວ.
ຜຸ້ນໍາ ເລນິນ ກ່າວຄໍາປາໄສຊົມເຊີຍການປະຕິວັດປະສົບຜົນສໍາເລັດ.
ບັນດາກອງທະຫານແດງ ເປັນເຈົ້າສະພາບການຢູ່ Petrograd ຢ່າງວ່ອງໄວ.
ມະຫາຊົນລັດເຊຍ ພາກພູມໃຈເມື່ອໄດ້ຮັບຂ່າວການປະຕິວັດເດືອນຕຸລາ ປະສົບຜົນສໍາເລັດ.
ທະຫານລັດເຊຍ ຢູ່ສະໜາມຮົບພາກພູມໃຈເມື່ອໄດ້ຮັບຂ່າວປະເທດລັດເຊຍ - ໂຊວຽດ ໄດ້ຖອນອອກຈາກສົງຄາມໂລກທີ 1.
ຂໍ້ມູນຂ່າວສານກ່ຽວກັບການກໍາເນີດຂອງລັດກໍາມະກອນ ແລະຊາວນາໄດ້ປະກາດເຖິງປະຊາຊົນລັດເຊຍ ທຸກຊັ້ນວັນນະຢ່າງກ້ວາງຂວາງ.
ກປ.ອອນໄລ - ການປະຕິວັດເດືອນ ຕຸລາ ແມ່ນຂີດໝາຍສໍາຄັນໃນປະຫວັດສາດຂອງມວນມະນຸດ ດ້ວຍການກໍາເນີດຂອງລັດກໍາມະກອນ ແລະຊາວນາທໍາອິດໃນໂລກ. ເຫດການການເມືອງສໍາຄັນນີ້ໄດ້ສ້າງອາລົມໃຫ້ບັນດາຈິດຕະກອນ ໂຊວຽດ ຫຼາຍຮຸ່ນຄົນປະດິດແຕ່ງ. ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງການປະຕິວັດເດືອນ ຕຸລາ ລັດເຊຍ (7-11-1917 / 7-11-2017), ໜັງສືພິມກອງທັບປະຊາຊົນຫວຽດນາມ ອອນໄລ ຂໍແນະນໍາເຖິງເພື່ອນຜູ້ອ່ານຮູບແຕ້ມພົ້ນເດັ່ນຈໍານວນໜຶ່ງຂອງຈິດຕະກອນ ສະຫະພາບ ໂຊວຽດ ທີ່ພັນລະນາກ່ຽວກັບບັນຍາກາດແຫ່ງການປະຕິວັດຢ່າງຟົດຟື້ນຂອງເຫດການນີ້.
ແປໂດຍ: ທູຈາງ
Type the code from the image