ທ່ານພົນໂທ ຫງວຽນຈິວິ້ງຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບຂໍ້ຕົກລົງໃຫ້ແກ່ທ່ານນາງພັນຕີ ໂດ໋ທິຮັ່ງງາ, ເດີນທາງໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສະຫະປະຊາຊາດຢູ່ຊູດານໃຕ້. ພາບ: ຖຸ່ຍເຢືອງ ແລະຜູ້ຮ່ວມງານ
ທ່ານນາງພັນຕີ ໂດ໋ທິຮັ່ງງາ ຮັບຟັງບັນດາຄໍາຕັກເຕືອນຂອງທ່ານພົນໂທ ຫງວຽນຈິວິ້ງຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ. ພາບ: ຖຸ່ຍເຢືອງ ແລະຜູ້ຮ່ວມງານ
ທ່ານນາງພັນຕີ ໂດ໋ທິຮັ່ງງາ ຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ເພື່ອສໍາເລັດໜ້າທີ່ເປັນທະຫານ ແລະເສນາທິການດ້ານການທະຫານເປັນຢ່າງດີ. ພາບ: ຖຸ່ຍເຢືອງ ແລະຜູ້ຮ່ວມງານ
ທ່ານນາງພັນເອກ ຫງວຽນທິແອວງ, ຮອງຫົວໜ້າຄະນະແມ່ຍິງກອງທັບມອບດອກໄມ້ອວຍພອນທ່ານນາງພັນຕີ ໂດ໋ທິຮັ່ງງາ ເມື່ອໄດ້ຮັບໜ້າທີ່ໃໝ່. ພາບ: ຖຸ່ຍເຢືອງ ແລະຜູ້ຮ່ວມງານ
ທ່ານນາງພັນຕີ ໂດ໋ທິຮັ່ງງາ ຖ່າຍຮູບກັບການນໍາກະຊວງປ້ອງກັນປະເທດ, ຜູ້ຕາງໜ້າກະຊວງການຕ່າງປະເທດ, ຜູ້ຕາງໜ້າກົມພົວພັນຕ່າງປະເທດ, ກົມພະນັກງານ, ກົມໂຄສະນາອົບຮົມ ແລະການນໍາສູນຮັກສາສັນຕິພາບ ຫວຽດນາມ. ພາບ: ຖຸ່ຍເຢືອງ ແລະຜູ້ຮ່ວມງານ
ທ່ານນາງພັນຕີ ໂດ໋ທິຮັ່ງງາ ມ່ວນຊື່ນພ້ອມກັບບັນດານາຍທະຫານກອງທັບບັນດາປະເທດໃນຊຸດຝຶກອົບຮົມກ່ອນທີ່ຈະຜັນຂະຫຍາຍການຮັກສາສັນຕິພາບຢູ່ ສ.ເກົາຫຼີ (ໃນເດືອນ ສິງຫາ 2017). ພາບ: ຖຸ່ຍເຢືອງ ແລະຜູ້ຮ່ວມງານ
ຄວາມງາມຂອງທ່ານນາງພັນຕີ ໂດ໋ທິຮັ່ງງາ ໃນລະດູໃບໄມ້ຫຼົ່ນຢູ່ໂຮນລັງ (ເດືອນ ຕຸລາ 2016). ພາບ: ຖຸ່ຍເຢືອງ ແລະຜູ້ຮ່ວມງານ
ທ່ານນາງພັນຕີ ໂດ໋ທິຮັ່ງງາ ກັບບັນດານາຍທະຫານບັນດາປະເທດຢູ່ໂຮນລັງ. ພາບ: ຖຸ່ຍເຢືອງ ແລະຜູ້ຮ່ວມງານ
ທ່ານນາງພັນຕີ ໂດ໋ທິຮັ່ງງາ ແລະບັນດາທະຫານຍິງກອງທັບບັນດາປະເທດຕ່າງໆໃນຊຸດຝຶກອົບຮົມກ່ອນທີ່ຈະຜັນຂະຫຍາຍການຮັກສາສັນຕິພາບຢູ່ອູກັນດາ (ໃນເດືອນ ຈະຈິກ 2016). ພາບ: ຖຸ່ຍເຢືອງ ແລະຜູ້ຮ່ວມງານ
ທ່ານນາງພັນຕີ ໂດ໋ທິຮັ່ງງາ ແລະບັນດານາຍທະຫານຊາຍກອງທັບບັນດາປະເທດໃນຊຸດຝຶກອົບຮົມກ່ອນທີ່ຈະຜັນຂະຫຍາຍການຮັກສາສັນຕິພາບຢູ່ສີລັງກາ. ພາບ: ຖຸ່ຍເຢືອງ ແລະຜູ້ຮ່ວມງານ
ກປ.ອອນໄລ - ວັນທີ 30 ຕຸລາ, ໂດຍໄດ້ຮັບການມອບສິດຈາກປະທານປະເທດ ຫວຽດນາມ, ທ່ານພົນໂທ ຫງວຽນຈິວິ້ງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບຂໍ້ຕົກລົງ ແລະມອບໝາຍໜ້າທີ່ໃຫ້ແກ່ທ່ານນາງພັນຕີ ໂດ໋ທິຮັ່ງງາ, ເຊິ່ງແມ່ນທະຫານສັງກັດສູນຮັກສາສັນຕິພາບຫວຽດນາມ, ເດີນທາງໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດານໃຕ້. ທ່ານນາງພັນຕີ ໂດ໋ທິຮັ່ງງາ ແມ່ນພະນັກງານຜູ້ທີ 20 ແລະແມ່ນທະຫານຍິງຜູ້ທໍາອິດຂອງກອງທັບປະຊາຊົນຫວຽດນາມ ທີ່ເຂົ້າຮ່ວມກໍາລັງຮັກສາສັນຕິພາບ ສະຫະປະຊາຊາດ.
ເພື່ອກະກຽມບັນດາຄວາມຮູ້ດ້ານການທະຫານ, ຄວາມຮູ້ກ່ຽວກັບການຮັກສາສັນຕິພາບເປັນຢ່າງດີ, ທ່ານນາງພັນຕີ ໂດ໋ທິຮັ່ງງາ ໄດ້ເຂົ້າຮ່ວມບັນດາຊຸດຝຶກອົບຮົມກ່ຽວກັບທະຫານເປັນເສນາທິການດ້ານການທະຫານ, ເປັນຜູ້ສັງເກດການທະຫານ, ທະຫານຍິງສະຫະປະຊາຊາດ, ... ຢູ່ສີລັງກາ, ອູກັນດາ, ໂຮນລັງ, ຈີນ, ສ.ເກົາຫຼີ.
ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບຂອງທະຫານຍິງຫວຽດນາມ ຜູ້ທໍາອິດທີ່ເຂົ້າຮ່ວມໜ້າທີ່ຮັກສາສັນຕິພາບ ສະຫະປະຊາຊາດ.
ແປໂດຍ: ຫງວຽນກຸກ
ຂ່າວທີ່ກ່ຽວຂ້ອງ
Type the code from the image