ຕໍາຫຼວດຈະລາຈອນ - ກໍາລັງຮັບປະກັນຄວາມປອດໄພຄົມມະນາຄົມໃຫ້ແກ່ສັບປະດາຂັ້ນສູງ APEC 2017. ພາບ: ຫງວຽນແອງເຊີນ
ຕໍາຫຼວດສະກັດກັ້ນ ແລະຕ້ານອັກຄີໄພພ້ອມແລ້ວທີ່ຈະປະຕິບັດໜ້າທີ່.ພາບ: ຫງວຽນແອງເຊີນ
ລົດພິເສດຂອງຕໍາຫຼວດເຂົ້າຮ່ວມປ້ອງກັນສັບປະດາຂັ້ນສູງ APEC 2017, ພ້ອມແລ້ວທີ່ຈະປາບປາມບັນດາພາກສ່ວນກໍ່ການຮ້າຍ, ກໍ່ກວນ. ພາບ: ຫງວຽນແອງເຊີນ
ນັກຮົບຕໍາຫຼວດເຄື່ອນທີ່ໄດ້ກຽມພ້ອມປ້ອງກັນສັບປະດາຂັ້ນສູງ APEC 2017. ພາບ: ຫງວຽນແອງເຊີນ
ກໍາລັງກອງທັບເຂົ້າຮ່ວມປ້ອງກັນສັບປະດາຂັ້ນສູງ APEC 2017. ພາບ: ຫງວຽນແອງເຊີນ
ນັກຮົບຕໍາຫຼວດເຄື່ອນທີ່ແກ່ລົດໂອໂຕມີນໍ້າໜັກກວ່າ 5 ໂຕນ. ພາບ: ຫງວຽນແອງເຊີນ
ນັກຮົບຕໍາຫຼວດເຄື່ອນທີ່ດ້ວຍທັກສະການຕໍ່ສູ້ປາບປາມອາດຊະຍາກໍາ. ພາບ: ຫງວຽນແອງເຊີນ
ນັກຮົບຕໍາຫຼວດເຄື່ອນທີ່ສະແດງໃຫ້ເຫັນກໍາລັງແຮງຂອງຕົນ. ພາບ: ຫງວຽນແອງເຊີນ
ທະຫານຕີພິເສດທາງນໍ້າກະກຽມບຸກຕີເປົ້າໝາຍ. ພາບ: ຫງວຽນແອງເຊີນ
ທະຫານຕີພິເສດທາງນໍ້າສໍາຜັດກັບເປົ້າໝາຍ. ພາບ: ຫງວຽນແອງເຊີນ
ຕໍາຫຼວດຈະລາຈອນທາງນໍ້າໄລ່ຕາມກໍາລັງກໍ່ການຮ້າຍ. ພາບ: ຫງວຽນແອງເຊີນ
ກໍາລັງດັບເພີງດໍາເນີນການດັບໄຟກໍາປັ່ນທ່ອງທ່ຽວທີ່ຖືກກໍາລັງກໍ່ການຮ້າຍບຸກໂຈມຕີ. ພາບ: ຫງວຽນແອງເຊີນ
ກປ.ອອນໄລ - ຕອນເຊົ້າວັນທີ 24 ຕຸລາ, ຢູ່ນະຄອນ ດ່າໜັ້ງ, ອະນຸກໍາມະການຄວາມໝັ້ນຄົງ ແລະສາທາລະນະສຸກ, ຄະນະກໍາມະການແຫ່ງຊາດ APEC 2017 ໄດ້ຈັດຕັ້ງພິທີອອກກໍາລັງ ແລະຝຶກຊ້ອມແຜນການປ້ອງກັນສັບປະດາຂັ້ນສູງ APEC 2017. ມີບັນດາພາຫະນະ, ເຄື່ອງອຸປະກອນ, ຍຸດທະພັນ ແລະລົດພິເສດພ້ອມກັບພະນັກງານ, ນັກຮົບຂຶ້ນກັບບັນດາກໍາລັງຍອດຢ້ຽມຂອງຕໍາຫຼວດ ແລະກອງທັບຫຼາຍພັນຄົນເຂົ້າຮ່ວມການຝຶກຊ້ອມ.
ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ອອນໄລ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາກ່ຽວກັບເຫດການນີ້.
ແປໂດຍ: ທູຈາງ
Type the code from the image