ຕົວເມືອງ ຮ່າໂນ້ຍ ດ້ວຍຕຶກອາຄານຫຼາຍຊັ້ນທີ່ທັນສະໄໝໄດ້ຮັບການກໍ່ສ້າງຢູ່ທາງທິດຕາເວັນຕົກຂອງນະຄອນ.
ບັນດາສະພານລອຍ ຢູ່ຮ່າໂນ້ຍ (ໃນພາບແມ່ນຈຸດໄຂ່ວທາງຄົມມະນາຄົມລະຫວ່າງຖະໜົນ ຫງວຽນວັນກື່ - ເສັ້ນທາງຫຼວງ 5).
ນະຄອນຫຼວງ ຮ່າໂນ້ຍ ດ້ວຍການດຳລົງຊີວິດສັນຕິສຸກໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວຕ່າງປະເທດ.
ຖະໜົນສະອາດ ແລະສວຍງາມ.
ໜອງ ຮວ່ານກ໋ຽມ ນອນຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ ເຊິ່ງບັນດາເພື່ອນໜຸ່ມຄັດເລືອກເປັນສະຖານທີ່ຖ່າຍຮູບງານແຕ່ງດອງ, ຖ່າຍຮູບເປັນທີ່ລະນຶກ.
ຊາວນະຄອນຫຼວງ ຮ່າໂນ້ຍ ທີ່ມີຊື່ສຽງດ້ວຍຄວາມສະໜິດສະໜົມ, ເປີດອົກເປີດໃຈ. ໃນພາບເພື່ອນ ຫງວຽນວັນກວານ (ເມືອງ ຮວ່າງມາຍ) ພວມໜູນຊ່ວຍແນະນຳໃຫ້ນັກທ່ອງທ່ຽວ ຝະລັ່ງ 2 ຄົນ ກ່ຽວກັບບັນດາສະຖານທີ່ຢ້ຽມຢາມທັດສະນີຍະພາບ ຢູ່ຮ່າໂນ້ຍ.
ນະຄອນຫຼວງ ຮ່າໂນ້ຍ ດ້ວຍຫຼາຍກິດຈະກຳປູຊະນີຍະສະຖານປະຫວັດສາດທີ່ດຶງດູດນັກທ່ອງທ່ຽວ.
ນະຄອນຫຼວງ ຮ່າໂນ້ຍ ດ້ວຍບັນດາເສັ້ນທາງຂຽວສົດ ແລະສວຍງາມຄື ຖະໜົນ ຟານດິ່ງຟູ່ງ.
ນະຄອນຫຼວງ ຮ່າໂນ້ຍ - ແຫ່ງທີ່ມີບັນດາບໍລິເວນສະຫງົບງຽບ.
ກປ.ອອນໄລ - ນະຄອນ ຮ່າໂນ້ຍ, ພວມພັດທະນາຢ່າງແຮງ, ສົມເປັນນະຄອນຫຼວງອະລິຍະທຳວິລະຊົນ, ນະຄອນເພື່ອສັນຕິພາບ. ບັນດາອາຄານຫຼາຍຊັ້ນ ແລະລະບົບຄົມມະນາຄົມທີ່ທັນສະໄໝ ໄດ້ຮັບການກໍ່ສ້າງຢູ່ເຂດທາງທິດຕາເວັນຕົກ ແລະທາງທິດຕາເວັນອອກຂອງນະຄອນ, ສ້າງເງື່ອນໄຂສະດວກໃຫ້ຊາວນະຄອນຫຼວງໃນການດຳລົງຊີວິດ, ການໄປມາ ແລະນັກທ່ອງທ່ຽວມາຢ້ຽມຢາມນະຄອນ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 63 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10 ຕຸລາ) ໜັງສືພິມກອງທັບປະຊາຊົນຫວຽດນາມ ອອນໄລ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບນະຄອນ ຮ່າໂນ້ຍ ໃນປະຈຸບັນ.
ແປໂດຍ: ເຈິ່ນຮວ່ຽນ
Type the code from the image