ຖໍ້າເງື່ອມງາວ ຢູ່ຕາແສງດາມຖຸຍ, ເມືອງຈູ່ງແຄ໋ງ, ແຂວງກາວບັ່ງ. ທາງເຂົ້າຖໍ້າ. ພາບ: vnexpress.net
ທາງຢ້ຽມຊົມໃນຖໍ້າຍາວ 2 ກິໂລແມັດ, ສ່ວນຫຼາຍແມ່ນທາງເບຕົງ ແຕ່ຍັງມື່ນຫຼາຍ. ໃນຖໍ້າມີລະບົບດອກໄພແສງສະຫວ່າງຊ່ວຍໃຫ້ແຂກທ່ອງທ່ຽວສາມາດເຫັນແຈ້ງບັນດານົມຫີນທີ່ມີຮູບຊົງຫຼາກຫຼາຍ. ພາບ: vnexpress.net
ທາງຫຼາຍຕອນຄັບແຄບພໍແຕ່ຜູ້ດຽວໄປໄດ້ເທົ່ານັ້ນ. ພາບ: vnexpress.net
ພົ້ນເດັ່ນທີ່ສຸດໃນຖໍ້າແມ່ນກ້ອນນົມຫີນຮູບດອກບົວປິ້ນ. ພາບ: vnexpress.net
ກ້ອນນົມຫີນໃຫຍ່ທີ່ແຂກທ່ອງທ່ຽວສຳນຶກເປັນຫຼາຍຮູບທີ່ແຕກຕ່າງກັນຄື:ໂຕຊ້າງ, ໂຕອູດ... ພາບ: vnexpress.net
ຢ້ຽມຊົມໃນຖໍ້າ, ແຂກທ່ອງທ່ຽວສາມາດໄດ້ຍິນສຽງນໍ້າຫ້ວຍໄຫຼ ແລະເຫັນຕົ້ນຄໍາ. ພາບ: vnexpress.net
ກ້ອນນົມຫີນສ່ວນໜຶ່ງເຫຼື້ອມຍິບຍັບເໝືອນດັ່ງເງິນສະນັ້ນມີຊື່ວ່າຕົ້ນເງິນ. ພາບ: vnexpress.net
ພື້ນຖໍ້າຫຼຸບໆ ໂນນໆຍ້ອນກະແສນໍ້າໄຫຼຜ່ານ ແລະນໍ້າຍ້ອຍລົງຄ້າງໄວ້.ພາບ: vnexpress.net
ຢູ່ນອກຖໍ້າ, ນອກຈາກບັນດາຮ້ານຂາຍຂອງຂວັນເປັນທີ່ລະນຶກ, ແຂກທ່ອງທ່ຽວສາມາດຊີມ ແລະຊື້ໝາກກໍ່ຈູ່ງແຄ໋ງມາເພື່ອເປັນຂອງຂວັນໄດ້. ພາບ: vnexpress.net
ແປໂດຍ: ຫງວຽນກຸກ
Type the code from the image