ຕາມປະເພນີທີ່ມີມາກ່ອນນີ້ນັບພັນປີ, ເມື່ອປີໃໝ່ວຽນມາ, ຄົນລາວ ກໍ່ຈັດຕັ້ງບຸນຫົດນໍ້າ.ພາບ: vov.vn
ດອກໄມ້ຫອມຊະນິດຕ່າງໆແຊ່ໃສ່ນໍ້າຄື: ດອກຈໍາປາ, ດອກຄູນ, ດອກກູລາບ... ເຊິ່ງແມ່ນບັນດາດອກໄມ້ ມີຫຼາຍທີ່ສຸດຢູ່ ລາວ ຖອກໃສ່ ຂວດ, ໂຖ,ໃສ່ຄຸ, ໃສ່ຂັນ … ເພື່ອໄປສົງພະ, ສົງຄູບາ. ພາບ: vov.vn
ພິທີການໜຶ່ງທີ່ບໍ່ສາມາດຂາດໄດ້ໃນບຸນປີໃໝ່ຂອງ ລາວ ແມ່ນພິທີແຫ່ນາງສັງຂານ. ພາບ: vov.vn
ນາງສັງຂານ. ພາບ: vov.vn
ຈາກວັດ, ຄະນະແຫ່ນາງສັງຂານ, ຂີ່ ສັດທີ່ເປັນມິ່ງຂວັນຂອງປີນັ້ນ. ພາບ: vovvn
ໄປຕາມຫຼັງຂະບວນແຫ່ແມ່ນບັນດາຜູ້ສາວໃນຊຸດອາພອນປະຈຳເຜົ່າ. ພາບ: vov.vn
ຈັດພິທິບາສີສູ່ຂວັນ. ພາບ: suckhoedoisong.vn
ພິທີມັດແຂນໃສ່ກັນ. ພາບ: suckhoedoisong.vn
ພິທີສົງພະ. ພາບ: btgcp.gov.vn
ບຸນຫົດນໍ້າຢູ່ຕາມຖະໜົນຫົນທາງ. ພາບ: vnexpress.net
ກປ.ອອນໄລ - ກໍ່ເຊັ່ນດຽວກັນກັບບຸນປີໃໝ່ປະເພນີຂອງ ຫວຽດນາມ, ຢູ່ ລາວ ກໍ່ມີບຸນປີໃໝ່ປະເພນີຂອງຕົນ ຫຼື ເອີ້ນວ່າບຸນສັງການ. ປີໃໝ່ລາວໄດ້ດໍາເນີນແຕ່ວັນທີ 13 – 15 ເມສາ ປະຈໍາປີ. ນີ້ແມ່ນປີໃໝ່ຕາມພຸດທະສັກກະລາດຍ້ອນວ່ານັບແຕ່ດົນນານມາແລ້ວ, ພຸດທະສາສະໜາໄດ້ກາຍເປັນສາສະໜາຕົ້ນຕໍຂອງລາວ. ໃນຊຸມວັນບຸນປີໃໝ່, ປະຊາຊົນຫົດນໍ້າໃສ່ກັນເພື່ອຂໍໂຊກ, ຄວາມສະຫງົບສຸກໃນຕະຫຼອດປີ.
ປີໃໝ່ ຫຼື ບຸນປີໃໝ່, ບຸນຫົດນໍ້າ. ຄົນລາວຖືວ່ານໍ້າຈະຊຸທຸກສິ່ງທຸກຢ່າງບໍ່ດີຂອງປີເກົ່າໄປ, ໃນຊຸມວັນບຸນປີໃໝ່, ຜູ້ໃດຖືກຫົດນໍ້າຫຼາຍ, ຜູ້ນັ້ນຈະມີໂຊກໝານຫຼາຍ.
ເມື່ອໄປຢ້ຽມຢາມ ລາວ ໃນໂອກາດປີໃໝ່, ເພື່ອນຄວນກຽມພ້ອມທີ່ຈະຮັບເອົານໍ້າຫົດໃນບໍ່ວ່າເວລາໃດ, ເພາະວ່າສໍາລັບຄົນລາວ, ນັ້ນແມ່ນສິ່ງໂຊກດີ ແລະແນວແນ່ວ່າເພື່ອນຈະປະສົບແຕ່ຄວາມໂຊກໝານໃນປີ. ແລະເປັນສິ່ງແນ່ນອນແລ້ວວ່າ, ຜູ້ໃດມາ ລາວ ກໍ່ບໍ່ພາດໂອກາດເຂົ້າຮ່ວມບັນຍາກາດເບີກບານມ່ວນຊື່ນຂອງບຸນປີໃໝ່ພ້ອມກັບປະຊາຊົນລາວ ຜູ້ມີໃຈບຸນ ແລະເປັນຕາຮັກຂອງປະເທດລ້ານຊ້າງ.
ແປໂດຍ: ເກື່ອງດັ້ງ
Type the code from the image